ສະ​ພາ​ກາ​ແດງ​​ຈີນໃຫ້​ການ​ຊ່ວຍ​ເຫຼືອ​ວັກ​ຊີນ​ໂຄວິດ-19 ທັງ​ໝົດ 2 ແສນ​ຫຼອດ​ໃຫ້​ກັບ​ມຽນ​ມາ

CRI, December 27, 2021
Size:

图片默认标题_fororder_1943349429405371124

      ວັກຊີນໂຄວິດ-19 ຂອງບໍລິສັດການຢາແຫ່ງຊາດຈີນຫຼືຊີໂນຟາມ 2 ແສນຫຼອດທີ່ສະພາກາແດງຈີນໃຫ້ການຊ່ວຍເຫຼືອສະພາກາແດງມຽນມາໄດ້ຖືກຂົນສົ່ງໄປຮອດນະຄອນຢາງກຸ້ງປະເທດມຽນມາໃນວັນທີ 23 ທັນວານີ້ຕາມເວລາປັກກິ່ງ.

图片默认标题_fororder_1448072376756814504

      ນັບແຕ່ເກີດມີການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ, ອີງຕາມການຈັດວາງຂອງສະພາກາແດງຈີນ, ກອງທຶນສະພາກາແດງຈີນໄດ້ຜ່ານຜ່າຄວາມຫຸຍ້ງຍາກຈາກການຂົນສົ່ງສິນຄ້າສາກົນທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງ,ແລະສະໜອງເຄື່ອງແລະເງິນຊ່ວຍເຫຼືອມະນຸດສະທຳທັງໝົດ 77 ງວດໃຫ້ແກ່ 54 ປະເທດ. ໃນນັ້ນ, ໄດ້ຊ່ວຍເຫຼືອວັກຊີນໂຄວິດ-19 ທັງໝົດ 1,6 ລ້ານຫຼອດໃຫ້ກັບ 12 ປະເທດ.