ເກີດເຫດແຜ່ນດິນໄຫວແຮງ 2 ຄັ້ງຢູ່ເມືອງຍອດອູ ຜົ້ງສາລີ

CRI, December 27, 2021
Size:

    ກົມອຸຕຸນິຍົມ ແລະອຸທົກກະສາດໄດ້ລາຍງານວ່າ: ວັນທີ 24 ທັນວາ 2021, ໃນເວລາທ້ອງຖິ່ນ 20:43:22 ຢູ່ເມືອງຍອດອູ ແຂວງຜົ້ງສາລີ (ເສັ້ນຂະໜານ 22.364 ອົງສາເໜືອ ແລະເສັ້ນແວງທີ 101.688) ຫ່າງຈາກຕົວເມືອງ 31 ກິໂລແມັດ ໄດ້ພົບສັນສັນຍານແຜ່ນດິນໄຫວ ໂດຍມີຄວາມແຮງສັ່ນສະເທືອນວັດແທກໄດ້ເຖິງ 5,7 ຣິກເຕີ ເຊິ່ງເລິກຈາກໜ້າດິນ 10 ກິໂລແມັດ.

    ສ່ວນເທື່ອທີສອງ ໃນເວລາ 21:02:30, ພົບແຜ່ນດິນໄຫວໃນຄວາມແຮງ 4,6 ຣິກເຕີ ເຊິ່ງເລິກຈາກໜ້າດິນ 10 ກິໂລແມັດ, ບໍລິເວນເກີດເຫດແຜນດິນໄຫວຄັ້ງທີສອງແມ່ນຈຸດຫ່າງຈາກຕົວເມືອງຍອດອູພຽງ 18 ກິໂລແມັດ (ເສັ້ນຂະໜານ 22.260 ອົງສາເໜືອ ແລະເສັ້ນແວງທີ 101.890).

   ແຜ່ນດິນໄຫວສອງຄັ້ງນີ້, ໃນເບື້ອງຕົ້ນຍັງບໍ່ມີລາຍງານຈໍານວນຜູ້ບາດເຈັບ ຫຼືເສຍຊີວິດ ລວມທັງຜົນເສຍຫາຍ.

 

ເກີດເຫດແຜ່ນດິນໄຫວແຮງ 2 ຄັ້ງຢູ່ເມືອງຍອດອູ ຜົ້ງສາລີ_fororder_webwxgetmsgimg