ວັນທີ 22 ທັນວານີ້, ຂະບວນລົດໄຟສາກົນຈີນ-ລາວ(ໄທ)ຂອງຂະບວນລົດໄຟປັກກິ່ງ-ທຽນສິນ-ເຮີເປຖ້ຽວທຳອິດໄດ້ເດີນທາງອອກຈາກສະຖານີລົດໄຟສາກົນເມືອງຊືເຈ່ຍຈ່ວງແລ້ວ ເຊິ່ງໄດ້ບັນທຸກສິນຄ້າປະເພດຕ່າງໆ ລວມທັງຕີນຢາງລົດ ອຸປະກອນກົນຈັກ ເຄື່ອງໃຊ້ປະຈຳວັນແລະອື່ນໆໄດ້ແລ່ນໄປສູ່ທິດໃຕ້ ໂດຍນຳໃຊ້ເສັ້ນທາງລົດໄຟລາວ-ຈີນມຸ່ງໜ້າໄປສູ່ນະຄອນຫຼວງວຽງຈັນໂດຍກົງ. ນີ້ແມ່ນລົດໄຟສາກົນຂະບວນທຳອິດຈາກເມືອງຊືເຈ່ຍຈ່ວງໄປສູ່ປະເທດອາຊຽນ, ຍັງແມ່ນຂະບວນລົດໄຟສາກົນຈີນ-ລາວ(ໄທ)ຂອງຂະບວນລົດໄຟປັກກິ່ງ-ທຽນສິນ-ເຮີເປຖ້ຽວທຳອິດ.
ຂ່າວແຈ້ງໃຫ້ຮູ້ວ່າ: ຂະບວນລົດໄຟຖ້ຽວນີ້ໄດ້ບັນທຸກຕູ້ຄອນເທັນເນີ 70 ຕູ້, ແລ່ນຜ່ານດ່ານບໍ່ຫານແຂວງຢຸນນານປະເທດຈີນ, ມີໄລຍະທາງທັງໝົດ 3600 ກວ່າກິໂລແມັດ, ໃຊ້ເວລາປະມານ 7 ວັນ. ໃນຕໍ່ໜ້ານີ້, ຂະບວນລົດໄຟສາກົນຈີນ-ລາວ(ໄທ)ຈະໃຫ້ການບໍລິການອາທິດລະຖ້ຽວ.