ປະ​ລິ​ມານການ​ຂົນ​ສົ່ງເຄື່ອງ​ຂອງ​ຕາມເສັ້​ນ​ທາງ​ລົດ​ໄຟ​ລາວ-ຈີນ​ເພີ່ມ​ຂຶ້ນ​ຢ່າງ​ໝັ້ນ​ທ່ຽງ

CRI, December 24, 2021
Size:

     ຕາມຂ່າວຈາກກຸ່ມບໍລິສັດທາງລົດໄຟຈີນສາຂາຄຸນໝີງໄດ້ລາຍງານວ່າ: ນັບມາຮອດວັນທີ 21 ທັນວານີ້, ຂະບວນລົດໄຟຂົນສົ່ງເຄື່ອງຂອງຕາມເສັ້ນທາງລົດໄຟລາວ-ຈີນມີທັງໝົດ 203 ຖ້ຽວແລ້ວ ແລະໄດ້ຂົນສົ່ງເຄື່ອງຂອງຫຼາຍກວ່າ 5 ໝື່ນໂຕນ ເຊິ່ງມີທ່ວງທ່າເພີ່ມຂຶ້ນຢ່າງໝັ້ນທ່ຽງ.

     ພາຍຫຼັງເສັ້ນທາງລົດໄຟລາວ-ຈີນໄດ້ເປີດນຳໃຊ້ຢ່າງເປັນທາງການແລ້ວ, ການຂົນສົ່ງເຄື່ອງຂອງລະຫວ່າງຈີນກັບລາວແລະໄທໄດ້ດຳເນີນໄປຢ່າງສະດວກກວ່າເກົ່າ. ນັບມາຮອດວັນທີ 21 ທັນວານີ້, ເສັ້ນທາງລົດໄຟລາວ-ຈີນຕອນຢູ່ປະເທດຈີນໄດ້ຂົນສົ່ງເຄື່ອງຂອງທັງໝົດຫຼາຍກວ່າ 28 ພັນໂຕນ; ຕອນຢູ່ປະເທດລາວໄດ້ຂົນສົ່ງເຄື່ອງຂອງທັງໝົດຫຼາຍກວ່າ 22 ພັນໂຕນ.

     ພ້ອມດຽວກັນນີ້, ຈຳນວນການຂົນສົ່ງຜູ້ໂດຍສານຕາມເສັ້ນທາງລົດໄຟລາວ-ຈີນກໍ່ໄດ້ເພີ່ມຂຶ້ນເປັນກ້າວໆ. ເພື່ອຕອບສະໜອງຕາມຄວາມຕ້ອງການຂອງຜູ້ໂດຍສານ, ກຸ່ມບໍລິສັດທາງລົດໄຟຈີນສາຂາຄຸນໝີງໄດ້ເພີ່ມຖ້ຽວລົດໄຟຕາມເສັ້ນທາງລົດໄຟລາວ-ຈີນຕອນຢູ່ປະເທດຈີນເລື້ອຍໆ ເຊິ່ງໄດ້ເພີ່ມຂຶ້ນຈາກ 17,5 ຖ້ຽວໄປ-ກັບໃນໄລຍະເບື້ອງຕົ້ນເປັນ 31,5 ຖ້ຽວໄປ-ກັບໃນອາທິດແລ້ວນີ້, ມື້ທີ່ຂົນສົ່ງຜູ້ໂດຍສານຫຼາຍທີ່ສຸດຢູ່ສະຖານີສິບສອງພັ່ນນາມີຫຼາຍກວ່າ 6000 ເທື່ອຄົນ.