ປະ​ເທດ​ໄທ​ໄດ້ປະ​ກາດໂຈະຮັບ​ໃບ​ຮ້ອງ​ຂໍ​ເຂົ້າ​ເມືອງ​ທີ່ບໍ່​ຕ້ອ​ງ​ກັກ​ບໍ​ລິ​ເວນ​ເປັນ​ການ​ຊົ່ວ​ຄາວ

CRI, December 23, 2021
Size:

     ຕອນບ່າຍວັນທີ 21 ທັນວານີ້ ຕາມເວລາທ້ອງຖິ່ນ, ທ່ານປະຢຸດ ຈັນໂອຊາ ນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງປ້ອງກັນປະເທດໄທກ່າວຫຼັງກອງປະຊຸມຄະນະລັດຖະບານວ່າ: ເນື່ອງຈາກວ່າເຊື້ອໄວຣັດກາຍພັນໂອມິຄຣອນໄດ້ແຜ່ລະບາດຢ່າງວ່ອງໄວໃນທົ່ວໂລກ, ຄະນະລັດຖະບານໄດ້ຕົກລົງຢ່າງຮີບດ່ວນວ່າ: ນັບແຕ່ວັນທີ 21 ທັນວານີ້ເປັນຕົ້ນໄປຈະໂຈະຮັບໃບຮ້ອງຂໍເຂົ້າປະເທດໄທໂດຍບໍ່ຕ້ອງກັກບໍລິເວນເປັນການຊົ່ວຄາວ. ທ່ານກ່າວເນັ້ນວ່າ: ນີ້ເປັນພຽງມາດຕະການຊົ່ວຄາວເທົ່ານັ້ນ, ບໍ່ໝາຍຄວາມວ່າຈະປິດປະເທດຄືນໃໝ່.

     ທ່ານປະຢຸດ ຈັນໂອຊາຍັງກ່າວວ່າ: ສ່ວນຜູ້ໂດຍສານສາກົນ 9 ໝື່ນຄົນທີ່ໄດ້ຮ້ອງຂໍເຂົ້າປະເທດໄທໂດຍຜ່ານຂັ້ນຕອນຕ່າງໆສຳເລັດແລ້ວນັ້ນແລະກຽມຈະເດີນທາງເຂົ້າປະເທດໄທຍັງສາມາດເຂົ້າເມືອງໄດ້, ແຕ່ຕ້ອງກວດນີວຄຣິອິກຫາເຊື້ອພະຍາດໂຄວິດ-19 ໃນມື້ທຳອິດແລະມື້ທີ 7 ພາຍຫຼັງເຂົ້າປະເທດໄທແລ້ວ. ສຳລັບຜູ້ໂດຍສານທີ່ຮ້ອງຂໍເຂົ້າປະເທດໄທຫຼັງວັນທີ 21 ທັນວານີ້ ຈະບໍ່ສາມາດນຳໃຊ້ນະໂຍບາຍເຂົ້າປະເທດໄທໂດຍບໍ່ຕ້ອງກັກບໍລິເວນ, ພາຍຫຼັງໄດ້ເຂົ້າປະເທດໄທແລ້ວ, ຕ້ອງກັກບໍລິເວນເປັນເວລາ 7 ຫາ 10 ວັນຢູ່ໂຮງແຮມ.

     ພ້ອມກັນນັ້ນ, ທ່ານປະຢຸດ ຈັນໂອຊາຍັງກ່າວເນັ້ນວ່າ: ເທດສະການເພື່ອສະເຫຼີມສະຫຼອງປີໃໝ່ສາກົນພາຍໃນປະເທດໄທຈະບໍ່ໄດ້ຮັບຜົນກະທົບ, ແຕ່ຕ້ອງປະຕິບັດຕາມຂໍ້ກຳນົດຂອງການປ້ອງກັນແລະຄວບຄຸມພະຍາດຂອງກະຊວງສາທາລະນະສຸກຢ່າງເຂັ້ມງວດ.