ລັດ​ຖະ​ບານ​ກຳ​ປູ​ເຈຍ​ຕົກ​ລົງ​ຈະ​ບໍ່​ຮັບ​ລັດ​ຖະ​ກອນ​ໃໝ່ສຳ​ລັບ​ປີ 2022

CRI, December 22, 2021
Size:

      ເພື່ອຮັບມືກັບຄວາມຂາດເຂີນທາງດ້ານງົບປະມານຈາກການຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19, ລັດຖະບານກຳປູເຈຍໄດ້ຕົກລົງຈະບໍ່ຮັບລັດຖະກອນໃໝ່ສຳລັບປີ 2022.

      ກະຊວງການເງິນແລະເສດຖະກິດກຳປູເຈຍກ່າວວ່າ: ເພື່ອປະຢັດຄ່າໃຊ້ຈ່າຍແລະຮັບມືກັບຄ່າໃຊ້ຈ່າຍໃນຂົງເຂດສາທາລະນະສຸກແລະສັງຄົມພາຍໃຕ້ສະພາບການແຜ່ລະບາດຂອງພະຍາດໂຄວິດ-19, ຫວ່າງມໍ່ໆມານີ້, ທ່ານ ຮຸນແຊນ ນາຍົກລັດຖະມົນຕີກຳປູເຈຍໄດ້ອະນຸມັດຂໍ້ສະເໜີຂອງກະຊວງການເງິນແລະເສດຖະກິດກ່ຽວກັບການຢຸດຕິການຮັບລັດຖະກອນໃໝ່ເປັນການຊົ່ວຄາວແລະຢຸດຕິການເພີ່ມເງິນເດືອນຕາມຊັ້ນຕຳແໜ່ງ.

      ກະຊວງການເງິນເສດຖະກິດກຳປູເຈຍກ່າວວ່າ: ໃນຕົ້ນປີ 2021 ໄດ້ເກີດມີການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ເຂດຊຸມຊົນປະເທດຕົນຢ່າງໜັກໜ່ວງ, ບວກກັບໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ກາຍພັນ,ເຮັດໃຫ້ລັດຖະບານກຳປູເຈຍຕ້ອງໄດ້ໃຊ້ງົບປະມານປະມານ 1,454 ຕື້ໂດລາສະຫະລັດເພື່ອປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ທັງຊ່ວຍຂະແໜງການແລະປະຊາຊົນທີ່ໄດ້ຮັບຜົນກະທົບເພື່ອຜ່ານຜ່າຄວາມຫຍຸ້ງຍາກ, ໃນນັ້ນງົບປະມານຫຼາຍກວ່າເຄິ່ງໜຶ່ງໄດ້ນຳໃຊ້ເຂົ້າໃນການປ້ອງກັນ ຄວບຄຸມແລະປິ່ນປົວຜູ້ເປັນພະຍາດໂຄວິດ-19.