ສານ​ມຽນ​ມາ​ເລື່ອນ​ເວ​ລາ​ຕັດ​ສິນຄະ​ດີຄັ້ງ​ທີ 2 ຂອງທ່ານ​ນາງ​ອອງ​ຊານ​ຊູ​ຈີ

CRI, December 22, 2021
Size:

  

     ວັນທີ 20 ທັນວານີ້ ຕາມເວລາທ້ອງຖິ່ນ, ສານພິເສດເນປີດໍຂອງມຽນມາໄດ້ປະກາດວ່າ: ຈະເລື່ອນເວລາການຕັດສິນຄະດີທ່ານນາງອອງຊານຊູຈີ ທີ່ປຶກສາແຫ່ງລັດມຽນມາກ່ຽວກັບ“ການນຳເຂົ້າເຄື່ອງໂຟນີແລະເຄື່ອງລົບກວນສັນຍານທັງຖືຄອງຢ່າງຜິດກົດໝາຍ” ເຊິ່ງຕາມແຜນການເດີມຈະຈັດຂຶ້ນໃນວັນທີ 20 ທັນວານີ້ ໄດ້ເລື່ອນອອກໄປເປັນວັນທີ 27 ທັນວານີ້.

     ນີ້ຈະເປັນການຕັດສິນຄະດີທ່ານນາງອອງຊານຊູຈີເປັນຄັ້ງທີ 2 ຂອງສານມຽນມາ. ໃນການຕັດສິນຄັ້ງທຳອິດໃນວັນທີ 6 ທັນວານີ້, ທ່ານນາງອອງຊານຊູຈີຖືກຕັດສິນລົງໂທດໃຫ້ຕິດຄຸກເປັນເວລາ 4 ປີດ້ວຍຂໍ້ຫາທີ່ວ່າ ໄດ້ປຸກລະດົມຂົນຂວາຍໃຫ້ຜູ້ອື່ນທຳລາຍຄວາມໝັ້ນຄົງແຫ່ງຊາດແລະລະເມີດ“ກົດໝາຍວ່າດ້ວຍການຄຸ້ມຄອງໄພທຳມະຊາດ”, ຫຼັງຈາກນັ້ນ, ໄດ້ຕັດສິນຫຼຸດໂທດເປັນ 2 ປີ.

     ນັບແຕ່ຖືກກັກໂຕໃນວັນທີ 1 ກຸມພາປີນີ້ມາຮອດປະຈຸບັນນີ້, ທ່ານນາງອອງຊານຊູຈີໄດ້ປະເຊີນກັບຂໍ້ກ່າວຫາ 10 ກວ່າຂໍ້ ເຊິ່ງລວມທັງການຍຸຍົງສົ່ງເສີມຜູ້ອື່ນທຳລາຍຄວາມໝັ້ນຄົງແຫ່ງຊາດ, ລະເມີດກົດໝາຍວ່າດ້ວຍການຄຸ້ມຄອງໄພທຳມະຊາດ, ລະເມີດກົດໝາຍວ່າດ້ວຍການຄ້າຂາເຂົ້າຂາອອກ, ລະເມີດກົດໝາຍວ່າດ້ວຍຄວາມລັບແຫ່ງຊາດ, ການສໍ້ລາດບັງຫຼວງ ແລະໂກງເລືອກຕັ້ງ.