ເກີດ​ແຜ່ນ​ດິນ​ໄຫວ​ລະ​ດັບ 6,0 ລິກ​ເຕີ​ຢູ່​​ປະ​ເທດລາວ

CRI, December 21, 2021
Size:

      ເວັບໄຊສູນເຄືອຂ່າຍແຜ່ນດິນໄຫວຈີນໄດ້ເປີດເຜີຍໃຫ້ຮູ້ວ່າ: ເວລາ 5 ໂມງ 6 ນາທີຂອງວັນທີ 20 ທັນວານີ້ ຢູ່ປະເທດລາວ (ເສັ້ນຂະໜານເໜືອ 19,6 ອົງສາ, ເສັ້ນແວງຕາເວັນອອກ 101,4 ອົງສາ)ໄດ້ເກີດແຜ່ນດິນໄຫວລະດັບ 6,0 ລິກເຕີ, ເຊິ່ງໃຈກາງແຜ່ນດິນໄຫວເລິກລົງໃຕ້ດິນ 10 ກິໂລແມັດ.