ປະເທດລາວຈະເປີດປະເທດຄືນໃໝ່ເພື່ອຕ້ອນຮັບນັກທ່ອງທ່ຽວສາກົນນັບແຕ່ວັນທີ 1 ມັງກອນປີ 2022 ເປັນຕົ້ນໄປ

CRI, December 20, 2021
Size:

ລັດຖະບານສປປລາວປະກາດໃນວັນທີ 17 ທັນວານີ້ວ່າ, ຈະເປີດປະເທດຄືນໃໝ່ ເພື່ອຕ້ອນຮັບນັກທ່ອງທ່ຽວສາກົນນັບແຕ່ວັນທີ 1 ມັງກອນປີ 2022 ເປັນຕົ້ນໄປເຊິ່ງຈະອະນຸຍາດໃຫ້ຜູ້ເດີນທາງລະຫວ່າງຊາດທີ່ໄດ້ສັກວັກຊິນຄົບໝົດແລ້ວນັ້ນເຂົ້າປະເທດລາວຢ່າງມີເງື່ອນໄຂ.

ອີງຕາມການແນະນຳ,ສປປລາວຈະເປີດປະເທດໂດຍແບ່ງເປັນໄລຍະ,ໂດຍໄລຍະທີໜຶ່ງມີແຜນຈະເປີດຕ້ອນຮັບນັກທ່ອງທ່ຽວສາກົນຈາກ17 ປະເທດ ເປັນຕົ້ນແມ່ນ ຈີນ ຫວຽດນາມ ໄທແລະອື່ນໆນັບແຕ່ວັນທີ 1 ມັງກອນປີ 2022 ເປັນຕົ້ນໄປ,ເມື່ອຮອດເວລານັ້ນ,ສປປລາວຈະເປີດນະຄອນຫຼວງ ວຽງຈັນ ວັງວຽງເຊິ່ງເປັນເມືອງທ່ອງທ່ຽວທີ່ມີຊື່ສຽງແລະເຂດການທ່ອງທ່ຽວ ສີຂຽວພາຍໃນເຂດຄຸ້ມຄອງຂອງແຂວງຫຼວງພະບາງ,ພ້ອມທັງເສັ້ນທາງການ ທ່ອງທ່ຽວສີຂຽວເຊິ່ງລວມທັງ 5 ແຂວງເຊັ່ນແຂວງອຸດົມໄຊແລະແຂວງຊຽງ ຂວາງເປັນຕົ້ນ.ໄລຍະທີສອງຈະເປີດເຂດການທ່ອງທ່ຽວສີຂຽວຂອງ 9 ແຂວງແລະເສັ້ນທາງການທ່ອງທ່ຽວສີຂຽວຂອງ 4 ແຂວງນັບແຕ່ວັນທີ 1 ເມສາປີ 2022 ເປັນຕົ້ນໄປ.