ເຂດກວາງ​ຊີ ສ​ປ ຈີນຈະສ້າງ​​ສຳ​ເລັດສູນ​ຈັດ​ສັນ​ສິນ​ຄ້າ ແລະຖານ​ປຸງ​ແຕ່ງ​ເຂົ້າ​ສານ​ທີ່​ໃຫຍ່​ທີ່​ສຸດເພື່ອ​ສົ່ງ​ອອກສູ່​ອາຊຽນ

CRI, December 17, 2021
Size:

ເຂດກວາງຊີ ສປ ຈີນຈະສ້າງສຳເລັດສູນຈັດສັນສິນຄ້າ ແລະຖານປຸງແຕ່ງເຂົ້າສານທີ່ໃຫຍ່ທີ່ສຸດເພື່ອສົ່ງອອກສູ່ອາຊຽນ_fororder_NANING

    ວັນທີ 16 ທັນວານີ້, ເຂດສະເພາະສອງແຫ່ງໃນເຂດສະຖານີລົດໄຟສາກົນນະຄອນນານນີງເຂດກວາງຊີ ສປ ຈີນ ເຊິ່ງເປັນສູນກາງເຊື່ອມຕໍ່ທາງທະເລ ແລະທາງບົກທີ່ສຳຄັນໃນພາກຕາເວັນຕົກຂອງປະເທດຈີນນັ້ນ ໄດ້ສຳເລັດການປະມູນ ແລະຈັດພິທີມອບ-ຮັບແລ້ວຕາມລຳດັບ. ໂດຍມີບໍລິສັດຈໍລະຈອນສິນຄ້າ 1 ແຫ່ງ ແລະວິສາຫະກິດປຸງແຕ່ງເຂົ້າສານ 12 ແຫ່ງເຂົ້າມາຕັ້ງບໍລິສັດຂອງຕົນຢູ່ໃນເຂດສະຖານີລົດໄຟສາກົນນານນີງ, ເຊິ່ງຈະສ້າງເປັນສູນຈັດສັນສິນຄ້າ ແລະຖານປຸງແຕ່ງເຂົ້າສານທີ່ໃຫຍ່ທີ່ສຸດເພື່ອສົ່ງອອກສູ່ອາຊຽນ.

    ມາຮອດປັດຈຸບັນ, ໃນເຂດສະຖານີລົດໄຟສາກົນນານນີງໄດ້ມີເສັ້ນທາງຂົນສົ່ງ10 ສາຍ, ໂດຍໄດ້ກວມເອົາປະເທດ ແລະເຂດແຄວ້ນໃນອາຊີຕາເວັນອອກສຽງໃຕ້ ແລະເອີຣົບເປັນຕົ້ນ, ປະລິມານສິນຄ້າທີ່ໄດ້ຂົນສົ່ງມີທັງໝົດ 10 ລ້ານໂຕນ,  ລົດໄຟຈີນ-ຫວຽດນາມໄດ້ແລ່ນແລ້ວ 600 ຖ້ຽວ. ໃນ11ເດືອນຂອງປີນີ້,  ລົດໄຟຈີນ-ຫວຽດນາມໄດ້ແລ່ນແລ້ວ 307 ຖ້ຽວ, ເຊິ່ງເທົ່າກັບຈຳນວນທັງໝົດຂອງ 3 ປີທີ່ຜ່ານມາ,ຄືແຕ່ ປີ2018-2020,  ເຊິ່ງໄດ້ເພີ່ມຂຶ້ນ 111,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້.