ຫວຽດນາມ​​ໄດ້​ປະກາດ​ວ່າ:ນັບ​ແຕ່​ວັນ​ທີ 1 ມັງກອນ​ປີ 2022 ​ເປັນ​ຕົ້ນ​ໄປຫວຽດນາມ​ຈະ​ປະຕິບັດມາດ​ຕະການ​ໃໝ່​ສຳລັບ​ກັກ​ບໍລິ​ເວນ​ເມື່ອ​ເຂົ້າ​ເມືອງ

CRI, December 17, 2021
Size:

    ວັນທີ 16 ທັນວານີ້,ກະຊວງສາທາລະນະສຸກຫວຽດນາມໄດ້ປະກາດວ່າ, ບຸກຄົນທີ່ເດີນທາງເຂົ້າປະເທດຫວຽດນາມທີ່ໄດ້ສັກວັກຊິນຢ່າງພຽງພໍແລ້ວ ຫຼື ເຄີຍຕິດເຊື້ອພະຍາດໂຄວິດ-19 ແຕ່ປົວຫາຍແລ້ວ ກໍ່ຕ້ອງກັກບໍລິເວນຢູ່ບ່ອນພັກຂອງຕົນເປັນເວລາ 3 ວັນ, ແລ້ວຕ້ອງກວດນິວຄລີອິກພະຍາດໂຄວິດ-19 ກ່ອນ, ຖ້າເປັນຜົນລົບ, ຕິດຕາມສະພາບຮ່າງກາຍຂອງຕົນເປັນເວລາ 14 ວັນແລ້ວຈິ່ງສາມາດເຄື່ອນໄຫວໄດ້ຢ່າງເສລີ. ຂໍ້ກຳນົດໃໝ່ດັ່ງກ່າວຈະເລີ່ມປະຕິບັດແຕ່ວັນທີ 1 ມັງກອນປີ 2022 ເປັນຕົ້ນໄປ.

    ສຳລັບບຸກຄົນທີ່ບໍ່ໄດ້ສັກວັກຊິນຢ່າງພຽງພໍຕ້ອງກັກບໍລິເວນຢູ່ບ່ອນພັກເປັນເວລາ 7 ວັນ, ພ້ອມທັງກວດນິວຄລີອິກ 2 ເທື່ອ ຄື ໃນວັນທີ 3 ແລະ ວັນທີ 7 ຂອງການກັກບໍລິເວນ.

    ສຳລັບພົນລະເມືອງຫວຽດນາມ ແລະ ຊາວຫວຽດນາມທີ່ອາໄສຢູ່ຕ່າງປະເທດ ພ້ອມທັງຍາດພີ່ນ້ອງຂອງເຂົາເຈົ້າທີ່ຍັງບໍ່ໄດ້ສັກວັກຊິນຢ່າງພຽງພໍເທື່ອ, ໃນເວລາເດີນທາງເຂົ້າປະເທດຫວຽດນາມຈະສາມາດສັກວັກຊິນໂຄວິດ-19 ໂດຍບໍ່ຕ້ອງເສຍຄ່າໄດ້.