ບົດ​ຟ້ອນ​ໂນ​ຣາ​ຂອງ​ປະ​ເທດ​ໄທຖືກ​ຮັບ​ຮອງ​ເປັນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ນາມ​ມະ​ທຳ​ຂອງ​ອົງ​ການ UNESCO

CRI, December 16, 2021
Size:

    ວັນທີ 15 ທັນວານີ້, ກະຊວງວັດທະນະທຳໄທໄດ້ແຈ້ງໃຫ້ຮູ້ວ່າ: ອົງການການສຶກສາ ວິທະຍາສາດ ແລະວັດທະນະທຳຂອງອົງການສະຫະປະຊາຊາດ ຫລື UNESCOໄດ້ປະກາດວ່າ: ບົດຟ້ອນໂນຣາໄທໄດ້ຖືກຮັບຮອງໃຫ້ເປັນມໍລະດົກວັດທະນະທຳນາມມະທຳຂອງອົງການ UNESCO  ຢ່າງເປັນທາງການ. ກ່ອນໜ້ານີ້, ລະຄອນໂຂນ ແລະການນວດແຜນໄທຕ່າງກໍໄດ້ຖືກຮັບຮອງໃຫ້ຢູ່ໃນບັນຊີລາຍຊື່ດັ່ງກ່າວໃນປີ 2018 ແລະປີ2019 ຕາມລຳດັບ.

    ບົດຟ້ອນໂນຣາເປັນບົດຟ້ອນແບບດັ້ງເດີມຂອງພາກໃຕ້ປະເທດໄທ, ໂດຍໄດ້ກວມລວມຮູບແບບສິລະປະຫລາຍປະເພດ, ເຊັ່ນ: ບົດຟ້ອນ, ລະຄອນ, ການຮ້ອງເພງເປັນຕົ້ນ. ຜົນການຄົ້ນຄວ້າຂອງນັກວິຊາການສ່ວນໜຶ່ງໄດ້ຊີ້ໃຫ້ເຫັນວ່າ: ແຫລ່ງກຳເນີດຂອງບົດຟ້ອນໂນຣາແມ່ນມາຈາກບົດຟ້ອນດັ້ງເດີມຂອງປະເທດອິນເດຍ, ໃນລາຊະການສົມເດັດອູ່ທອງ, ບົດຟ້ອນໂນຣາໄດ້ຮັບຄວາມນິຍົມຊົມຊອບຈາກສັງຄົມຂຸນນາງໃນພາກໃຕ້ປະເທດໄທ. ຍັງມີນັກວິຊາການສ່ວນໜຶ່ງເຫັນວ່າ: ບົດຟ້ອນໂນຣາແມ່ນກຳເນີດຢູ່ພາຍໃນປະເທດໄທ.