ໂຄງ​ການປັບ​ປຸງ​​ສະ​ໜາມ​ກິ​ລາ​ແຫ່ງ​ຊາດ​ມຽນ​ມາ​ທີ່ ສ​ປ ຈີນ​ໃຫ້​ການຊ່ວຍ​ເຫລືອ​​ໄດ້​​ສ້າງສຳ​ເລັດ ແລະ​ມອບ-ຮັບ​ແລ້ວ

CRI, December 16, 2021
Size:

    ພິທີມອບ-ຮັບໂຄງການປັບປຸງສະໜາມກິລາແຫ່ງຊາດມຽນມາທີ່ ສປ ຈີນໃຫ້ການຊ່ວຍເຫລືອໄດ້ຈັດຂຶ້ນຢູ່ນະຄອນຢາງກຸ້ງປະເທດມຽນມາໃນວັນທີ 14 ທັນວານີ້.

    ຫລັງຈາກມອບ-ຮັບໂຄງການດັ່ງກ່າວແລ້ວ,  ສປ ຈີນຈະສືບຕໍ່ຈັດການຝຶກອົບຮົມດ້ານເຕັກນິກທີ່ຈຳເປັນໃຫ້ກັບພະນັກງານຝ່າຍມຽນມາ.

    ສະໜາມກິລາແຫ່ງຊາດມຽນມາໄດ້ສ້າງສຳເລັດ ແລະເລີ່ມນຳໃຊ້ໃນປີ 1986, ມີເນື້ອທີ່ 6,95 ເຮັກຕາ, ເນື້ອທີ່ທັງໝົດຂອງສິ່ງກໍ່ສ້າງຕ່າງໆແມ່ນ 2,6 ໝື່ນຕາແມັດ. ພິທີເລີ່ມລົງມືປັບປຸງໂຄງການດັ່ງກ່າວຈັດຂຶ້ນໃນເດືອນສິງຫາ ປີ 2019. ໂຄງການປັບປຸງປະກອບດ້ວຍການສ້ອມແປງ ແລະຍົກລະດັບການຕົບແຕ່ງພາຍໃນ ແລະພາຍນອກ, ການຕິດຕັ້ງອຸປະກອນເຄື່ອງຈັກ ແລະເຄື່ອງເອເລັກໂຕຼນິກຕ່າງໆ ແລະໄຟແສງສີເປັນຕົ້ນ.