ໄຂ​ງານ​ວາງ​ສະ​ແດງ​​ເຄື່ອງ​ປະ​ກອບ​ການ​ທ່ອງ​ທ່ຽວ​ຈີນ-ອາ​ຊຽນ​ຄັ້ງ​ທີ 2 ປີ 2021

CRI, December 15, 2021
Size:

      ວັນທີ 10 ທັນວານີ້, ງານວາງສະແດງເຄື່ອງປະກອບການທ່ອງທ່ຽວຈີນ-ອາຊຽນຄັ້ງທີ 2 ປີ 2021 ໄດ້ໄຂຂຶ້ນຢູ່ສູນວາງສະແດງສາກົນຫຼີວໂຈ່ວເຂດກວາງຊີຂອງ ສປ ຈີນ.

      ຫົວຂໍ້ຕົ້ນຕໍຂອງງານວາງສະແດງຄັ້ງນີ້ແມ່ນ “ເຕົ້າໂຮມຊັບພະຍາກອນອຸດສາຫະກຳ, ຮ່ວມກັນສ້າງສູນການພັດທະນາ”, ເພື່ອເຕົ້າໂຮມຍີ່ຫໍ້ແລະຜະລິດຕະພັນເຄື່ອງປະກອບການທ່ອງທ່ຽວພາຍໃນແລະສາກົນ, ວາງສະແດງເຄື່ອງປະກອບການທ່ອງທ່ຽວໃໝ່,ເຕັກນິກໃໝ່, ການພັດທະນາໃໝ່, ເພື່ອດຶງດູດວິສາຫະກິດນຳໜ້າໃນການຜະລິດເຄື່ອງປະກອບການທ່ອງທ່ຽວແບບວິຊາການແລະມີຂະໜາດໃຫຍ່ໃຫ້ຫຼາຍກວ່າເກົ່າ, ສ້າງຍີ່ຫໍ້ເຄື່ອງປະກອບການທ່ອງທ່ຽວຂອງງານວາງສະແດງວິຊາການທີ່ມີຈຸດພິເສດຈະແຈ້ງແລະຫົວຂໍ້ອັນພົ້ນເດັ່ນຕື່ມອີກ.

      ງານວາງສະແດງຄັ້ງນີ້ຈະຈັດຂຶ້ນເປັນເວລາ 3 ວັນ, ມີເນື້ອທີ່ 33 ພັນຕາແມັດ, ໄດ້ຈັດຕັ້ງເຂດວາງສະແດງຕາມຫົວຂໍ້ 12 ເຂດ, ຜະລິດຕະ ພັນທີ່ວາງສະແດງໃນງານກວມເຖິງອຸປະກອນ, ໂຄງລ່າງແລະການບໍລິການດ້ານອຸດສາຫະກຳການທ່ອງທ່ຽວ. ນອກຈາກການວາງສະແດງແລ້ວ, ໃນໄລຍະຈັດງານຍັງຈະຈັດກອງປະຊຸມສຸດຍອດການພັດທະນາເຄື່ອງປະກອບການທ່ອງທ່ຽວຈີນ-ອາຊຽນຄັ້ງທີ 2, ກອງປະຊຸມສົ່ງເສີມການດຳເນີນທຸລະກິດແລະການທັດສະນະສຶກສາແລະກິດຈະກຳອື່ນໆ.