ລັດ​ຖະ​ບານ​ໄທ​ເປີ​ດ​ໄຟ​ຂຽວໃຫ້​ສະ​ຫຼອງ​ປີ​ໃໝ່ແລະ​ດື່ມ​ເຫຼົ້າ​ໃນ​ຮ້ານ​ອາ​ຫານ​ຈົນ​ຮອດ​ຕອນ​ຂ້ອນ​ແຈ້ງ

CRI, December 15, 2021
Size:

ວັນທີ 13 ທັນວານີ້, ທ່ານ ປະຢຸດ ຈັນໂອຊາ ນາຍົກລັດຖະມົນຕີໄທໄດ້ເປັນປະທານຈັດກອງປະຊຸມຄະນະລັດຖະບານໂດຍຕົກລົງວ່າ: ຈະອະນຸຍາດໃຫ້ຮ້ານອາຫານແລະຮ້ານເຫຼົ້າຕ່າງໆຢູ່ໄທ ເປີດຮ້ານໄດ້ໃນຄ່ຳຄືນຂອງວັນຕ້ອນຮັບປີໃໝ່ທີ່ຈະໝູນວຽນມາເຖິງ ຄືເລີ່ມແຕ່ຕອນຄ່ຳຂອງວັນທີ 31 ທັນວາ ຈົນຮອດຕອນຂ້ອນແຈ້ງຂອງວັນທີ1ມັງກອນຂອງປີໃໝ່. ສຳລັບລູກຄ້າສາມາດດື່ມເຫຼົ້າໄດ້ໃນໄລຍະດັ່ງກ່າວ, ແຕ່ກໍ່ມີເງື່ອນໄຂເບື້ອງຕົ້ນ ຄື ຮ້ານອາຫານຮ້ານເຫຼົ້າຕ້ອງລະບາຍອາກາດໃຫ້ສະອາດ. ສ່ວນຂໍ້ກຳນົດໃນປັດຈຸບັນແມ່ນ, ເວລາຂາຍເຫຼົ້າແລະເວລາດື່ມເຫຼົ້າໃນຮ້ານອາຫານ ບໍ່ໃຫ້ກາຍ 23 ໂມງ.

ນອກນີ້ແລ້ວ ກອງປະຊຸມຍັງໄດ້ຕົກລົງວ່າ: ໃຫ້ສາມາດຈັດກິດຈະກຳສະເຫຼີມສະຫຼອງວັນຕ້ອນຮັບປີໃໝ່ທີ່ມີຜູ້ເຂົ້າຮ່ວມໄດ້ 1 ພັນກວ່າຄົນ, ແຕ່ຜູ້ທີ່ເຂົ້າຮ່ວມຕ້ອງມີໃບຢືນຢັນການສັກວັກຊີນແລ້ວ 2 ເຂັມ, ແລະຕ້ອງໄດ້ຮັບການກວດຫາເຊື້ອໂຄວິດ-19. ທ່ານປະຢຸດກ່າວວ່າ: ຈະປະເມີນຜົນການຈັດກິດຈະກຳຕ້ອນຮັບປີໃໝ່ພາຍໃຕ້ສະພາບພະຍາດໂຄວິດ-19 ໃນປັດຈຸບັນນີ້, ເພື່ອເປັນບົດຮຽນວ່າຈະສາມາດຈັດກິດຈະກຳຂະໜາດໃຫຍ່ປະເພດອື່ນໆໄດ້ຫຼືບໍ່ໃນຕໍ່ໜ້າ.