ເຮືອປະ​ຕິ​ບັດກົດ​ໝາຍ​ແລະ​ລາດ​ຕະ​ເວນ​ຮ່ວມ​ຕາມ​​ລ້ອງ​ແມ່​ນ້ຳຂອງ​ລະ​ຫວ່າງ​ຈີນ ລາວ ມຽນ​ມາ​ແລະ​ໄທ​ຄັ້​ງ​ທີ 112 ໄດ້​ສິ້​ນ​ສຸດ​ລົງ​ຢ່າງ​ຈົບ​ງາມ

CRI, December 14, 2021
Size:

   ວັນທີ 13 ທັນວານີ້,ເຮືອປະຕິບັດກົດໝາຍຂອງຈີນທີ່ເຂົ້າຮ່ວມການເຄື່ອນໄຫວປະຕິບັດກົດໝາຍແລະລາດຕະເວນຮ່ວມຕາມລ້ອງແມ່ນ້ຳຂອງລະຫວ່າງຈີນ ລາວ ມຽນມາແລະໄທຄັ້ງທີ 112 ໄດ້ແລ່ນກັບຄືນຮອດທ່າເຮືອຈິງຮ່າກິ່ງແຂວງສິບສອງພັ່ນນາຢ່າງສຳເລັດຜົນ, ນີ້ເປັນຂີດໝາຍສະແດງໃຫ້ເຫັນວ່າ: ການປະຕິບັດກົດໝາຍແລະລາດຕະເວນຮ່ວມຄັ້ງນີ້ໄດ້ສິ້ນສຸດລົງຢ່າງຈົບງາມ.

   ໃນການເຄື່ອນໄຫວເທື່ອນີ້, 4ປະເທດດັ່ງກ່າວໄດ້ໃຊ້ວິທີການລາດຕະເວນຕະຫຼອດສາຍນ້ຳແລະລາດຕະເວນເປັນແຕ່ລະໄລຍະໃນການປະຕິບັດກົດໝາຍແລະລາດຕະເວນຮ່ວມຢູ່ລ້ອງແມ່ນ້ຳຂອງຈາກທ່າເຮືອຈິງຮ່າປະເທດຈີນ ຈົນຮອດເຂດສາມຫຼ່ຽມຄຳທີ່ຢູ່ເຂດຊາຍແດນລາວ ມຽນມາແລະໄທ, 4ປະເທດໄດ້ສົ່ງເຮືອປະຕິບັດກົດໝາຍ6ລຳ ມີ107ຄົນເຂົ້າຮ່ວມການເຄື່ອນໄຫວເທື່ອນີ້,ມີໄລຍະທາງທັງໝົດ 600 ກວ່າກິໂລແມັດ. ໃນການເຄື່ອນໄຫວເທື່ອນີ້,4ປະເທດໄດ້ໃຊ້ມາດຕະການປ້ອງກັນແລະຄວບຄຸມພະຍາດຢ່າງເຄັ່ງຄັດສຳລັບບຸກຄົນແລະເຮືອດ້ວຍການກັກບໍລິເວນແລະສີດຢາຂ້າເຊື້ອພະຍາດຕາມເວລາກຳນົດ ແລະອື່ນໆ.