ການ​ຊ້ອມ​ຮົບ​ຮ່ວມ “​ການກອບ​ກູ້​ໂດຍ​ສັນ​ຕິ 2021” ລະ​ຫວ່າງກອງ​ທັບ​ຈີນ-ຫວຽດ​ນາມ​ສິ້ນ​ສຸດ​ລົງ

CRI, December 14, 2021
Size:

    ວັນທີ 12 ທັນວານີ້, ກອງທັບຈີນທີ່ເຂົ້າຮ່ວມການຊ້ອມຮົບຮ່ວມພາຍໃຕ້ຫົວຂໍ້ “ການກອບກູ້ໂດຍສັນຕິ 2021” ລະຫວ່າງກອງທັບຈີນ-ຫວຽດນາມໄດ້ເດີນທາງກັບຄືນຮອດເຂດກວາງຊີ ສປ ຈີນຢ່າງປອດໄພ.

    ໃນການຊ້ອມຮົບຄັ້ງນີ້, ກອງທັບຈີນ-ຫວຽດນາມໄດ້ຊ້ອມຮົບປິ່ນອ້ອມຫົວຂໍ້ການກອບກູ້ມະນຸດສະທຳດ້ວຍການແພດ, ອີງຕາມມາດຕະຖານການສູ້ຮົບໄດ້ສຳເລັດຫລັກສູດຕ່າງໆ,ເຊັ່ນ: ການຮ່ວມບັນຊາພະລາທິການດ້ານເສນາຮັກ, ການຮ່ວມກອບກູ້ພາກສະໜາມ, ການປິ່ນປົວຜູ້ບາດເຈັບຈຳນວນຫລາຍ ແລະອື່ນໆ. ເຊິ່ງສາມາດຍົກສູງຄວາມສາມາດພະລາທິການດ້ານເສນາຮັກຂອງກອງທັບສອງຝ່າຍ.

    ໃນໄລຍະຊ້ອມຮົບຮ່ວມ, ກອງທັບປົດປ່ອຍປະຊາຊົນຈີນໄດ້ໃຫ້ການຊ່ວຍເຫລືອອຸປະກອນປ້ອງກັນພະຍາດລວມທັງໝົດ 3 ໝື່ນອັນທີ່ມີຍອດມູນຄ່າ 6 ແສນກວ່າຢວນໃຫ້ແກ່ກອງທັບປະຊາຊົນຫວຽດນາມ, ເຊັ່ນ:  ຜ້າປິດປາກ N95, ຊຸດປ້ອງກັນພະຍາດ, ອຸປະກອນ ແລະນ້ຳຢາກວດຫາເຊື້ອໂຄວິດ-19 ໄວ ແລະອື່ນໆ.