6 ປະ​ເທດ​ຕາມ​ລ້ອງ​ແມ່​ນ້ຳ​ຂອງ​ເລົ່າ​ເລື່ອງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ​ດ້ວຍ​ຮູບ​ເງົາ

CRI, December 13, 2021
Size:

ວັນທີ 7 ທັນວານີ້, ໃນສັບປະດາຮູບເງົາສາກົນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄັ້ງທີ 4, ອົງການຈັດຕັ້ງທາງຮູບເງົາຈີນ, ລາວ, ມຽນມາ, ກຳປູເຈຍ, ໄທ ແລະ ຫວຽດນາມໄດ້ເລີ່ມກິດຈະກຳຮ່ວມຖ່າຍທຳຮູບເງົາເລື່ອງ “ແມ່ນ້ຳສາຍໃຫຍ່ທາງຕາເວັນອອກ” ຢູ່ນະຄອນຄຸນມິງແຂວງຢຸນນານ ສປ ຈີນ ເຊິ່ງແມ່ນໂຄງການຮ່ວມມືສຳຄັນ ທີ່ 6 ປະເທດອີງໃສ່ແມ່ນ້ຳລ້ານຊ້າງ-ແມ່ນ້ຳ ເພື່ອສ່ອງແສງໃຫ້ເຫັນເຖິງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ ໂດຍຜ່ານຮູບເງົາ.

ຮູບເງົາເລື່ອງ “ແມ່ນ້ຳສາຍໃຫຍ່ທາງຕາເວັນອອກ” ແມ່ນຄະນະໂຄສະນາອົບຮົມຄະນະພັກແຂວງຢຸນນານຈີນເປັນຝ່າຍຈັດຕັ້ງປະຕິບັດ, ໂດຍໄດ້ຮ່ວມມືກັບອົງການຮູບເງົາໃນລ້ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ໄດ້ຕັ້ງຫົວຂໍ້: “ດື່ມນ້ຳຮ່ວມສາຍດຽວກັນ ແລະ ຮ່ວມຊາຕາກຳຢ່າງແໜ້ນແຟ້ນ", ໂດຍຜ່ານການຮ່ວມມືກັນຖ່າຍທຳ ເພື່ອສ່ອງແສງໃຫ້ເຫັນເຖິງອາລິຍະທຳດ້ານນິເວດ ແລະ ທິວທັດທຳມະຊາດແລະວັດທະນະທຳຂອງ 6 ປະເທດຕາມລ້ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຢ່າງຮອບດ້ານ, ເລົ່າເລື່ອງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດດ້ວຍຮູບເງົາ.