ຈີນ​ໃຊ້​ການ​ກະ​ທຳ​ຕົວ​ຈິງ ເພື່ອ​ຮ່ວມ​​ມືກັບ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ຕໍ່​ຕ້ານ “ສົງ​ຄາມ​ເຢັນ​ຄັ້ງ​ໃໝ່”

CRI, December 13, 2021
Size:

ຫວ່າງມໍ່ໆມານີ້, ລັດຖະມົນຕີກະຊວງການຕ່າງປະເທດຂອງຫວຽດນາມ ແລະ ມາເລເຊຍ, ທ່ານຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຂອງກຳປູເຈຍ ແລະ ຜູ້ຮັບຜິດຊອບການສົນທະນາແລະການຮ່ວມມືຂອງອິນໂດເນເຊຍໄດ້ທະຍອຍເດີນທາງມາຢ້ຽມຢາມປະເທດຈີນ.

ວັນທີ 4 ທັນວານີ້, ຢູ່ນະຄອນອານຈີແຂວງເຈີ້ຈ່ຽງປະເທດຈີນ, ພາຍຫຼັງໄດ້ພົບປະກັບທ່ານໄຊຟູດິນ ອັບດຸນລາ ລັດຖະມົນຕີກະຊວງການຕ່າງປະເທດມາເລເຊຍ, ທ່ານວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ກ່າວວ່າ: ບົດຮຽນສຳເລັດຜົນແຫ່ງການພົວພັນຈີນ-ອາຊຽນກໍແມ່ນ “ການຢືນຢູ່ຝ່າຍຖືກຕ້ອງຂອງປະຫວັດສາດ”, ນີ້ແຕກຕ່າງກັບເຈດຕະນາທີ່ຢາກກໍ່ “ສົງຄາມເຢັນຄັ້ງໃໝ່” ຂອງອາເມຣິກາຢ່າງຈະແຈ້ງ.

ໃນຊຸມປີມໍ່ໆມານີ້, ເພື່ອຂັດຂວາງການພັດທະນາຂອງຈີນ ແລະ ປົກປ້ອງຖານະເຈົ້າອຳນາດຂອງຕົນ, ອາເມຣິກາໄດ້ກໍ່ “ສົງຄາມເຢັນຄັ້ງໃໝ່” ກັບຈີນ ແລະ ຕັ້ງໃຈໃສ່ຮ້າຍປ້າຍສີຈີນມາໂດຍຕະຫຼອດ ໂດຍປ່າວປະກາດວ່າ: ຄວາມຂັດແຍ້ງຕົ້ນຕໍໃນໂລກປັດຈຸບັນແມ່ນຄວາມແຕກຕ່າງກັນດ້ານຮູບຖານຈິດສຳນຶກລະຫວ່າງ “ໂລກເສລີກັບຈີນກອມມູນິດ” ພ້ອມທັງບີບບັງຄັບໃຫ້ປະເທດໃກ້ຄຽງກັບຈີນເລືອກຂ້າງລະຫວ່າງຈີນແລະອາເມຣິກາ ເພື່ອບັນລຸຈຸດປະສົງຂອງອາເມຣິກາທີ່ຢາກຄອບງຳຜົນປະໂຫຍດຈາກການເມືອງພູມມີພາກ.

ແຕ່ວ່າ: “ສົງຄາມເຢັນຄັ້ງໃໝ່” ບໍ່ສອດຄ່ອງກັບຜົນປະໂຫຍດຂອງບັນດາປະເທດອາຊີຕາເວັນອອກສຽງໃຕ້. ຄຽງຄູ່ກັບການຮ່ວມມືແລະການໄປມາຫາສູ່ກັນລະຫວ່າງຈີນແລະບັນດາປະເທດອາຊີຕາເວັນອອກສຽງໃຕ້ນັບມື້ນັບແໜ້ນແຟ້ນ, ຄວາມໄວ້ເນື້ອເຊື່ອໃຈກັນລະຫວ່າງຈີນແລະປະເທດເຫຼົ່ານີ້ກໍນັບມື້ນັບກ້າວເຂົ້າສູ່ລວງເລິກ, ລະດັບການເຊື່ອມໂຍງເຊື່ອມຈອດດ້ານພື້ນຖານໂຄງລ່າງ ແລະ ລະດັບການຮ່ວມມືດ້ານເສດຖະກິດການຄ້າກໍນັບມື້ນັບສູງຂຶ້ນ.

ກ່ອນທີ່ທ່ານວາງຢີ້ຈະພົບປະກັບລັດຖະມົນຕີກະຊວງການຕ່າງປະເທດຂອງຫຼາຍປະເທດອາຊີຕາເວັນອອກສຽງໃຕ້, ການຮ່ວມມືລະຫວ່າງຈີນແລະປະເທດເຫຼົ່ານີ້ໄດ້ປະສົບຜົນສຳເລັດຕ່າງໆ ເຊັ່ນ: ວັນທີ 2 ທັນວານີ້, ຈີນແລະມາເລເຊຍໄດ້ບັນລຸຂໍ້ຕົກລົງກ່ຽວກັບເສັ້ນທາງຫຼັກຂອງໂຄງການທາງລົດໄຟລຽບແຄມຝັ່ງທະເລພາກຕາເວັນອອກຂອງມາເລເຊຍໂດຍພື້ນຖານ ເຊິ່ງແມ່ນໂຄງການທີ່ຈີນແລະມາເລເຊຍຮ່ວມມືກັນກໍ່ສ້າງ; ວັນທີ 3 ທັນວານີ້, ຜູ້ນຳສູງສຸດຂອງສອງປະເທດ ຈີນ ແລະ ລາວໄດ້ເຂົ້າຮ່ວມພິທີເປີດນຳໃຊ້ເສັ້ນທາງລົດໄຟລາວ-ຈີນ ໂດຍຜ່ານຮູບແບບວິດີໂອ. ວັນທີ 4 ທັນວານີ້, ຂະບວນລົດໄຟສາກົນຈີນ-ລາວຖ້ຽວທຳອິດໄດ້ອອກລົດຈາກເຂດອ່າວໃຫຍ່ກວາງຕຸ້ງ, ຮົງກົງແລະມາເກົາ ແລະ ແລ່ນຜ່ານທາງລົດໄຟລາວ-ຈີນ, ມຸ່ງໜ້າໄປສູ່ນະຄອນຫຼວງວຽງຈັນຂອງປະເທດລາວ.

ໃນຂະນະທີ່ພົບປະກັບທ່ານໄຊຟູດິນ ອັບດຸນລາ ລັດຖະມົນຕີກະຊວງການຕ່າງປະເທດມາເລເຊຍ ແລະ ທ່ານວາງຢີ້ກ່າວວ່າ: ສອງຝ່າຍເຫັນດີໃຫ້ສືບຕໍ່ຊຸກຍູ້ການຮ່ວມມືກັນເພື່ອຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19, ປຶກສາຫາລືການຮ່ວມມືໃນການຄົ້ນຄວ້າພັດທະນາວັກຊິນຊະນິດໃໝ່ ແລະ ຢາພິເສດເພື່ອປິ່ນປົວພະຍາດໂຄວິດ-19, ເພີ່ມທະວີການຮ່ວມມືຄົບວົງຈອນໃນການທົດລອງ, ຈັດຊື້ ແລະ ຜະລິດວັກຊິນໂຄວິດ-19. ໃນເວລາພົບປະກັບລັດຖະມົນຕີກະຊວງການຕ່າງປະເທດກຳປູເຈຍ, ທ່ານວາງຢີ້ໄດ້ໃຫ້ຄຳໝັ້ນສັນຍາວ່າ: ຈີນຈະສືບຕໍ່ໃຫ້ການຊ່ວຍເຫຼືອດ້ານວັກຊິນແກ່ກຳປູເຈຍ, ຮ່ວມກັນກັບກຳປູເຈຍຊຸກຍູ້ການຮ່ວມມືໃນໂຄງການຂະໜາດໃຫຍ່ຕ່າງໆ ເຊັ່ນ: ທາງດ່ວນ, ສະໜາມບິນ ແລະ ອື່ນໆ, ເປີດກວ້າງການສົ່ງອອກຜະລິດຕະພັນກະສິກຳຂອງກຳປູເຈຍສູ່ປະເທດຈີນ.

ເພື່ອເປັນການຄັດຄ້ານການທີ່ອາເມຣິກາໄດ້ປະກາດ “ຂວ້ຳບາດທາງການທູດ” ທີ່ມີຕໍ່ງານກິລາໂອລິມປິກລະດູໜາວປັກກິ່ງ, ມາເລເຊຍ ແລະ ກຳປູເຈຍລ້ວນແຕ່ກ່າວວ່າ, ຈະສະໜັບສະໜູນຈີນເປັນເຈົ້າພາບຈັດງານກິລາໂອລິມປິກລະດູໜາວ 2022 ໃຫ້ສຳເລັດຜົນຢ່າງຈົບງາມ. ກະຊວງການຕ່າງປະເທດ ແຫ່ງ ສປປ ລາວກໍໄດ້ອອກຖະແຫຼງການວ່າ: ຄັດຄ້ານການຫັນກິລາເປັນບັນຫາການເມືອງ.

ຄືດັ່ງຄຳເວົ້າຂອງທ່ານວາງຢີ້ໃນເວລາພົບປະກັບບັນດາລັດຖະມົນຕີກະຊວງການຕ່າງປະເທດຂອງປະເທດອາຊີຕາເວັນອອກສຽງໃຕ້ວ່າ: ປະເທດອາຊີຕາເວັນອອກສຽງໃຕ້ຄວນ “ຮ່ວມກັນຕໍ່ຕ້ານ” ການກະທຳທີ່ເປັນການທຳລາຍສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ. ຈີນພວມຮ່ວມມືກັບບັນດາປະເທດອາຊີຕາເວັນອອສຽງໃຕ້, ໃຊ້ການກະທຳຕົວຈິງ ເພື່ອຮ່ວມກັນຕໍ່ຕ້ານ “ສົງຄາມເຢັນຄັ້ງໃໝ່.