ຂະບວນລົດໄຟຂົນສົ່ງສິນຄ້າຈີນ-ລາວໄດ້ອອກເດີນທາງຈາກເຂດສາມຫຼ່ຽມປາກແມ່ນ້ຳຢາງຊີກຽງປະເທດຈີນແລ້ວ

CRI, December 10, 2021
Size:

ເວລາ 11 ໂມງ 6 ນາທີຂອງວັນທີ 8 ທັນວານີ້, ຂະບວນລົດໄຟຂົນສົ່ງສິນຄ້າຈີນ-ລາວຖ້ຽວ 79561 ທີ່ບັນທຸກສິນຄ້າສົ່ງອອກໃນຕູ້ຄອນເທນເນີຈຳນວນ 76 ຕູ້ນັ້ນ ໄດ້ແລ່ນອອກຈາກສະຖານີລົດໄຟຢາວຮວ້າເມີນ ນະຄອນນານກິ່ງ ແຂວງຈ່ຽງຊູ່ປະເທດຈີນ ແລະຈະເດີນຕາມເສັ້ນທາງລົດໄຟລາວຈີນ ແລະມຸ່ງໜ້າໄປສູ່ນະຄອນຫຼວງວຽງຈັນຂອງປະເທດລາວ. ນີ້ເປັນຂະບວນລົດໄຟຂົນສົ່ງສິນຄ້າຈີນ-ລາວ(ນະຄອນນານກິ່ງ-ນະຄອນຫຼວງວຽງຈັນ)ຖ້ຽວທໍາອິດ ແລະກໍເປັນຂະບວນລົດໄຟຂົນສົ່ງສິນຄ້າຈີນ-ລາວຖ້ຽວທຳອິດທີ່ແລ່ນອອກຈາກເຂດສາມຫຼ່ຽມປາກແມ່ນ້ຳຢາງຊີກຽງປະເທດຈີນເຊັ່ນກັນ.

ຕາມຂ່າວແຈ້ງວ່າ: ຂະບວນລົດໄຟດັ່ງກ່າວ ໄດ້ບັນທຸກສິນຄ້າຕ່າງໆທີ່ຜະລິດໂດຍແຂວງຈ່ຽງຊູ່ປະເທດຈີນ ເຊັ່ນ: ອຸປະກອນການສຶກສາທາງໄກ, ວັດສະດຸກໍ່ສ້າງ, ສາຍກາບໄຟຟ້າ, ເຄື່ອງໃຊ້ໄຟຟ້າ, ອາໄລ່ລົດ ແລະອື່ນໆ ເຊິ່ງມີມູນຄ່າເກືອບ 3.000.000 ໂດລາສະຫະລັດ. ຂະບວນລົດໄຟດັ່ງກ່າວຈະແລ່ນອອກຈາກປະເທດຈີນຜ່ານດ່ານບໍຫານທີ່ແຂວງຢຸນນານຂອງຈີນ ແລະມຸ່ງໜ້າໄປສູ່ນະຄອນຫຼວງວຽງຈັນປະເທດລາວ ເຊິ່ງມີໄລຍະທາງທັງໝົດ 3.500 ກວ່າກິໂລແມັດ.