ກະ​ຊວງ​ການ​ຕ່າງ​ປະ​ເທດແຫ່ງ ສ​ປ​ປ ລາວ​ໄດ້​ອອກ​ຖະ​ແຫຼງ​ການ​ວ່າ: ບໍ່​ຄວນ​ຫັນ​ກິ​ລາ​ເປັນ​ບັນ​ຫາ​ການ​ເມືອງ

CRI, December 10, 2021
Size:

ວັນທີ 7 ທັນວານີ້, ໂດຍແນ່ໃສ່ກໍລະນີທີ່ວ່າ: ອາເມຣິກາ “ຂວ້ຳບາດທາງການທູດ” ສຳລັບງານກິລາໂອລິມປິກລະດູໜາວປັກກິ່ງ, ກະຊວງການຕ່າງປະເທດແຫ່ງ ສປປ ລາວໄດ້ອອກຖະແຫຼງການສະໜັບສະໜູນງານກິລາໂອລິມປິກລະດູໜາວປັກກິ່ງ.

ຖະແຫຼງການລະບຸວ່າ: ລັດຖະບານລາວທະນຸຖະໜອມການປະກອບສ່ວນອັນສຳຄັນດ້ານກິລາທີ່ມີຕໍ່ສັນຕິພາບແລະພາລະກິດການພັດທະນາ, ຍຶດໝັ້ນການສະໜັບສະໜູນງານກິລາໂອລິມປິກລະດູໜາວປັກກິ່ງ ແລະ ງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງ ພ້ອມທັງເຊື່ອໝັ້ນວ່າ: ມະຫາກຳກິລາດັ່ງກ່າວຈະເປັນການຊຸກຍູ້ສັນຕິພາບ, ການພັດທະນາ, ມິດຕະພາບ, ຄວາມເຂົ້າໃຈກັນ ແລະ ຄວາມໂອບເອື້ອອາລີຂອງສາກົນ.

ຖະແຫຼງການຍັງລະບຸຕື່ມວ່າ: ປະເທດລາວ ແລະ 172 ປະເທດສະມາຊິກໄດ້ຮ່ວມກັນສະເໜີຍັດຕິວ່າດ້ວຍ “ກິລາເພື່ອຊຸກຍູ້ສັນຕິພາບແລະການພັດທະນາ: ໂດຍຜ່ານຈາກກິລາແລະອຸດົມການໂອລິມປິກເພື່ອສ້າງໂລກທີ່ມີສັນຕິພາບແລະສວຍງາມກວ່າເກົ່າ” ຢູ່ໃນສະມັດຊາໃຫຍ່ອົງການສະຫະປະຊາຊາດສະໄໝທີ 73 ເຊິ່ງກອງປະຊຸມໄດ້ປຶກສາຫາລືແລະຜ່ານການຮັບຮອງຢ່າງເປັນເອກະພາບກັນ. ມະຕິດັ່ງກ່າວໄດ້ກ່າວເນັ້ນເຖິງການປະກອບສ່ວນອັນລ້ຳຄ່າໃນດ້ານກິລາທີ່ມີຕໍ່ການສຶກສາ, ການພັດທະນາແບບຍືນຍົງ, ສັນຕິພາບ ແລະ ການຮ່ວມມືກັນ; ໂດຍໄດ້ຢືນຢັນວ່າ: ໂດຍຜ່ານຈາກກິລາກໍຄືງານກິລາໂອລິມປິກ ແລະ ງານກິລາໂອລິມປິກຄົນພິການເພື່ອຊຸກຍູ້ສິດທິມະນຸດ, ເພີ່ມທະວີການເຄົາລົບສິດທິມະນຸດໂດຍທົ່ວໄປ, ແລ້ວເຮັດໃຫ້ສິດທິມະນຸດບັນລຸຜົນຢ່າງເຕັມສ່ວນ.

ຖະແຫຼງການກ່າວເນັ້ນວ່າ: ບົດບາດຂອງກິລາທີ່ມີຕໍ່ການຊຸກຍູ້ສັນຕິພາບແລະການພັດທະນາແບບຍືນຍົງ ຄວນໄດ້ຮັບຄວາມເອົາໃຈໃສ່ຢ່າງສູງ, ຫາກບໍ່ຄວນຫັນເອົາກິລາເປັນບັນຫາການເມືອງ.