ຂະ​ບວນ​ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ​ສາ​ກົນ​ຈີນ-ລາວ​ໄດ້​ອອກ​ເດີນ​ທາງ​ຈາກ​ເມືອງ​ຊວງ​ລິວ​ນະ​ຄອນ​ເສິງ​ຕູ​ຢ່າງ​ເປັນ​ທາງ​ການ

CRI, December 9, 2021
Size:

 

ວັນທີ 4 ທັນວານີ້, ຂະບວນລົດໄຟຂົນສົ່ງສິນຄ້າສາກົນຈີນ-ລາວ ທີ່ໄດ້ບັນທຸກເຄື່ອງອາໄລ່, ກະດານຄວບຄຸມໄຟຟ້າ, ແຜ່ນແພ, ຊີກສ່ວນເຄື່ອງເອເລັກໂຕນິກເປັນຕົ້ນ ໄດ້ອອກເດີນທາງຈາກເມືອງຊວງລິວນະຄອນເສິງຕູຢ່າງເປັນທາງການແລ້ວ ແລະ ມຸ່ງໜ້າໄປສູ່ນະຄອນຫຼວງວຽງຈັນຂອງປະເທດລາວ. ຂະບວນລົດໄຟດັ່ງກ່າວມີ 35 ຕູ້ ແລະ ໄດ້ບັນທຸກສິນຄ້າເກືອບ 350 ໂຕນ, ລ້ວນແຕ່ເປັນຜະລິດຕະພັນທີ່ຜະລິດຢູ່ໃນເຂດເສດຖະກິດພິເສດຊວງລິວ, ຂະບວນລົດໄຟດັ່ງກ່າວໄວສຸດຈະເດີນທາງໄປເຖິງນະຄອນຫຼວງວຽງຈັນພາຍໃນ 72 ຊົ່ວໂມງ ແລະ ສາມາດປະຢັດຕົ້ນທຶນໃຫ້ແຫ່ວິສາຫະກິດໄດ້ເຖິງ 20% ຫາ 30%.

ການເປີດນຳໃຊ້ຂະບວນລົດໄຟສາກົນຈີນ-ລາວບໍ່ພຽງແຕ່ໄດ້ເປີດຊ່ອງທາງໃໝ່ທີ່ສະດວກໃຫ້ແກ່ວິສາຫະກິດການຄ້າ ແລະ ຜູ້ຜະລິດເຄື່ອງເອກເລັກໂຕນິກຂອງແຂວງເສສວນທີ່ຈະຂົນສົ່ງເຄື່ອງໄປສູ່ປະເທດອາຊຽນເທົ່ານັ້ນ, ຫາກຍັງໄດ້ຫຼຸດເວລາ ແລະ ຕົ້ນທືນໃນການຂົນສົ່ງສິນຄ້າຈາກແຂວງເສສວນໄປສູ່ພາກພື້ນອາຊຽນອີກດ້ວຍ ເຊິ່ງມີຄວາມໝາຍຍຸດທະສາດທີ່ສຳຄັນສຳລັບແຂວງເສສວນ ໃນການເລັ່ງການຊຸກຍູ້ການພັດທະນາຂະແໜງການຈໍລະຈອນສິນຄ້າທີ່ທັນສະໄໝດ້ວຍຄຸນນະພາບສູງ ແລະ ລົງເລິກການແລກປ່ຽນດ້ານເສດຖະກິດການຄ້າກັບບັນດາປະເທດອາຊຽນນຳອີກ.