ພິທີເປີດການເຄື່ອນໄຫວເດີນຕາມເສັ້ນທາງລົດໄຟລາວ-ຈີນຂອງຊາວໜຸ່ມສອງປະເທດລາວ-ຈີນ ຈັດຂຶ້ນຢູ່ນະຄອນຄຸນໝິງ

CRI, December 9, 2021
Size:

ພິທີເປີດການເຄື່ອນໄຫວເດີນຕາມເສັ້ນທາງລົດໄຟລາວ-ຈີນຂອງຊາວໜຸ່ມສອງປະເທດລາວ-ຈີນ ເພື່ອສະເຫຼີມສະຫຼອງການເປີດນຳໃຊ້ເສັ້ນທາງລົດໄຟລາວ-ຈີນຢ່າງເປັນທາງການ ໄດ້ຈັດຂຶ້ນຢູ່ນະຄອນຄຸນໝິງ ພ້ອມທັງໄດ້ຈັດພິທີຢູ່ນະຄອນຫຼວງວຽງຈັນທາງອອນລາຍ. ຜູ້ຕາງໜ້າຂອງສູນກາງຊາວໜຸ່ມ ແລະພາກສ່ວນທາງລົດໄຟສອງປະເທດລາວ ແລະຈີນ, ເຈົ້າໜ້າທີ່ສະຖານກົງສຸນ ສປປ ລາວປະຈຳນະຄອນຄຸນໝິງ, ຜູ້ຕາງໜ້າຊາວໜຸ່ມວົງການຕ່າງໆ  300 ກວ່າທ່ານ ໄດ້ເຂົ້າຮ່ວມພິທີຄັ້ງນີ້.

ມື້ດຽວກັນ, ຊາວໜຸ່ມສອງປະເທດລາວ ແລະຈີນໄດ້ຂີ່ລົດໄຟລາວ-ຈີນ ແລະໃນອາທິດຕໍ່ໄປຈະຢ້ຽມຢາມບາງເຂດທີ່ຢູ່ລຽບຕາມເສັ້ນທາງລົດໄຟລາວ-ຈີນຕອນຢູ່ປະເທດຈີນ ເພື່ອດຳເນີນກິດຈະກຳຕ່າງໆ ເຊັ່ນ: ປູກ “ຕົ້ນໄມ້ມິດຕະພາບຊາວໜຸ່ມລາວ-ຈີນ” ຢູ່ເຂດຊາຍແດນລາວ-ຈີນ, ຢ້ຽມຢາມສູນລ້ຽງຊ້າງອາຊີ, ໃຫ້ບໍລິການອາສາສະໝັກຢູ່ໂຮງຮຽນປະຖົມ ແລະອື່ນໆ.