​ທ່ານ​ວາງ​ຢີ້ພົບ​ປະ​​ກັບລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ

CRI, December 8, 2021
Size:

    ວັນທີ 2 ທັນວານີ້, ທ່ານວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ພົບປະກັບທ່ານ ບຸຍແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມຢູ່ເມືອງຈີອ່ານແຂວງເຈີ້ຈ່ຽງ. ທ່ານວາງຢີ້ກ່າວວ່າ: ຈີນ ແລະຫວຽດນາມລ້ວນແຕ່ເປັນປະເທດສັງຄົມນິຍົມທີ່ນຳພາໂດຍພັກກອມມູນິດ, ຕ່າງກໍໄດ້ເດີນຕາມເສັ້ນທາງການພັດທະນາທີ່ສອດຄ່ອງກັບສະພາບແຫ່ງຊາດຂອງຕົນ, ພວກເຮົາຕ້ອງບໍ່ລືມອຸດົມການແຕ່ຫົວທີ, ມີຄວາມໝັ້ນໃຈຢ່າງເດັດດ່ຽວ, ສາມັກຄີຮ່ວມໃຈກັນ, ປະກອບສ່ວນເຂົ້າໃນການປົກປັກຮັກສາພາລະກິດສັງຄົມນິຍົມຂອງສອງປະເທດ ແລະພາລະກິດຄວາມກ້າວໜ້າ ແລະການພັດທະນາຂອງມວນມະນຸດ.

    ສອງຝ່າຍໄດ້ບັນລຸຄວາມຮັບຮູ້ທີ່ເປັນເອກະພາບກັນກ່ຽວກັບການວາງແຜນການຮ່ວມມືໃນໄລຍະຕໍ່ໜ້າໃຫ້ດີ, ເພີ່ມເນື້ອໃນໃຫ້ກັບສາຍພົວພັນສອງຝ່າຍຢ່າງບໍ່ຢຸດຢັ້ງ, ສອງຝ່າຍໄດ້ເນັ້ນໜັກວ່າ: ຕ້ອງເພີ່ມທະວີການນຳພາດ້ານການເມືອງ,ລົງເລິກການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ເພີ່ມທະວີການຮ່ວມມືໃນການຕ້ານພະຍາດໂຄວິດ-19, ເຊື່ອມສານຄວາມເຂົ້າໃຈກັນລະຫວ່າງຂອງປະຊາຊົນ.

    ສອງຝ່າຍໄດ້ແລກປ່ຽນຄວາມຄິດເຫັນຢ່າງເລິກເຊິ່ງກ່ຽວກັບການຮ່ວມມືຈີນ-ອາຊຽນ. ທ່ານວາງຢີ້ກ່າວວ່າ: ປີ 2022 ເປັນປີເລີ່ມຕົ້ນຈັດຕັ້ງປະຕິບັດສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຈີນ-ອາຊຽນ, ຈີນຍິນດີຮ່ວມມືກັບຫວຽດນາມ ແລະບັນດາປະເທດອາຊຽນ, ຍົກລະດັບແຜນປະຕິບັດງານກ່ຽວກັບສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຈີນ-ອາຊຽນໃຫ້ທັນເວລາ, ເຮັດໃຫ້ສາຍພົວພັນສອງຝ່າຍພັດທະນາຢ່າງມີຄຸນນະພາບ ແລະລະດັບທີ່ສູງກວ່າເກົ່າ.

    ສອງຝ່າຍຍັງໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບບັນຫາທະເລ ແລະເຫັນເປັນເອກະພາບກັນວ່າ: ຕ້ອງສຸມຄວາມພະຍາຍາມຮ່ວມກັນ, ຊຸກຍູ້ການຮ່ວມມືດ້ານທະເລ, ເພີ່ມກຳລັງແຮງສ້າງສັນຫລາຍກວ່າເກົ່າໃຫ້ກັບສາຍພົວພັນສອງປະເທດ.