ລົດ​ໄຟຂົນ​ສົ່ງ​ສິນ​ຄ້າ​ສາ​ກົນຖ້ຽວ​ທຳ​ອິດຕາມທາງລົດ​ໄຟຈີນ-ລາວ​ເດີນ​ທາງ​ໄປ​ຮອດ​ນະ​ຄອນ​ຫຼວງວຽງ​ຈັນ​ສ​ປ​ປ​ລາວ

CRI, December 8, 2021
Size:

ລົດໄຟຂົນສົ່ງສິນຄ້າສາກົນຖ້ຽວ21051ທີ່ເປັນຖ້ຽວທຳອິດຕາມທາງລົດໄຟຈີນ-ລາວທີ່ອອກເດີນທາງຈາກນະຄອນຄຸນມິງ ໄດ້ເດີນທາງໄປຮອດນະຄອນຫຼວງວຽງຈັນສປປລາວ ໃນເວລາ 23:11ໂມງຂອງວັນທີ4ທັນວານີ້ຕາມເວລາວຽງຈັນ. ຂະນະດຽວກັນ ລົດໄຟຂົນສົ່ງສິນຄ້າສາກົນຖ້ຽວ21052ທີ່ເປັນຖ້ຽວທຳອິດທີ່ອອກເດີນທາງຈາກນະຄອນຫຼວງວຽງຈັນໃນວັນທີ3ທັນວານີ້  ກໍ່ໄດ້ເດີນທາງໄປຮອດສະຖານີບໍ່ຫານຂອງຈີນໃນເວລາ13:01ໂມງຂອງວັນທີ4ທັນວານີ້, ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ ເສັ້ນທາງລົດໄຟຈີນ-ລາວໄດ້ບັນລຸການຂົນສົ່ງຂ້າມຊາດຢ່າງເປັນທາງການ.

ໃນໄລຍະຕົ້ນທີ່ເປີດນຳໃຊ້ເສັ້ນທາງລົດໄຟຈີນ-ລາວ,ພາກສ່ວນທາງລົດໄຟຂອງຈີນແລະລາວໄດ້ວາງແຜນການແລ່ນລົດ ພາຍໃຕ້ສະພາບການປ້ອງກັນແລະຄວບຄຸມພະຍາດໂຄວິດ -19 ຄືລະຫວ່າງສະຖານີຄຸນມິງແລະສະຖານີນະຄອນຫຼວງວຽງຈັນໃຕ້,ແຕ່ລະມື້ມີລົດໄຟຂົນສົ່ງສິນຄ້າ2ຖ້ຽວ.

ການແລ່ນລົດໄຟຂົນສົ່ງສິນຄ້າສາກົນຕາມທາງລົດໄຟຈີນ-ລາວຕະຫຼອດສາຍຈະໃຊ້ເວລາພຽງແຕ່30ຊົ່ວໂມງເທົ່ານັ້ນ ເຊິ່ງໄວຫຼາຍກວ່າເວລາຂົນສົ່ງຕາມທາງຫຼວງທີ່ຢ່າງໜ້ອຍຕ້ອງການ 48 ຊົ່ວໂມງໃນປັດຈຸບັນ. ການຂົນສົ່ງຂ້າມຊາດທີ່ໃຊ້ທຶນຕ່ຳແຕ່ມີຄວາມໄວຫຼາຍກວ່ານັ້ນ, ໄດ້ສ້າງໂອກາດການພັດທະນາໃໝ່ໃຫ້ແກ່ອຸດສາຫະກຳຫຼາຍຊະນິດຕາມເສັ້ນທາງລົດໄຟຈີນ-ລາວ.