ຂະບວນລົດໄຟລາວ-ຈີນຂົນສົ່ງສິນຄ້າ 2 ຖ້ຽວທຳອິດອອກເດີນທາງຈາກເຂດອ່າວໃຫຍ່ຂອງຈີນ

CRI, December 7, 2021
Size:

ຕອນບ່າຍວັນທີ 3 ທັນວານີ້, ຂະບວນລົດໄຟສາກົນລາວ-ຈີນ 2 ຖ້ຽວທີ່ບັນຈຸສິນຄ້າ ໄດ້ອອກເດີນທາງຈາກນະຄອນເຊີນເຈີ້ນ ແລະນະຄອນກວາງໂຈ່ຂອງຈີນ. ຫຼັງຈາກໄປຮອດນະຄອນຄຸນໝິງແລ້ວ, ຈະເດີນຕາມທາງລົດໄຟລາວຈີນທີ່ເປີດນຳໃຊ້ໃໝ່ ແລະມຸ້ງໜ້າໄປສູ່ນະຄອນຫຼວງວຽງຈັນຂອງລາວ. ລົດໄຟ 2 ຖ້ຽວດັ່ງກ່າວ ໄດ້ບັນຈຸຕູ້ຄອນເທນເນີ 107 ຕູ້. ນີ້ເປັນຂະບວນລົດໄຟສາກົນ 2 ຖ້ຽວທຳອິດຂອງເຂດອ່າວໃຫຍ່ຂອງຈີນທີ່ເດີນທາງໄປປະເທດລາວ.

ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງບໍລິສັດ SINOTRANS ຫຸ້ນສ່ວນຈຳກັດຈີນກ່າວວ່າ: ພາຍຫຼັງສັນຍາວ່າດ້ວຍການພົວພັນຄູ່ຮ່ວມເສດຖະກິດຮອບດ້ານຂອງພາກພື້ນ ຫຼື RCEP ຈະມີຜົນບັງຄັບໃຊ້ໃນວັນທີ 1 ມັງກອນ 2022, ການໄປມາຫາສູ່ກັນດ້ານເສດຖະກິດການຄ້າລະຫວ່າງຈີນກັບອາຊຽນຈະແໜ້ນແຟ້ນກວ່າເກົ່າ, ການສັນຈອນດ້ານວັດຖຸສິນຄ້າກໍຈະຫຼາຍຂຶ້ນກວ່າເກົ່າ. ການເປີດການນຳໃຊ້ຂະບວນລົດໄຟສາກົນລາວ-ຈີນດັ່ງກ່າວ, ຈະສາມາດເສີມຂະຫຍາຍບົດບາດຂອງນະຄອນເຊີ່ນເຈີ້ນຂອງຈີນທີ່ເປັນຈຸດໃຈກາງຄົມມະນາຄົມທີ່ເຊື່ອມຕໍ່ລະຫວ່າງເອີຣົບກັບອາຊຽນ.