ນາຍົກຈີນ-ລາວສົ່ງໂທລະເລກອວຍພອນເຊິ່ງກັນແລະກັນໃນໂອກາດເສັ້ນທາງລົດໄຟລາວ-ຈີນເລີ່ມບໍລິການເປັນທາງການ

CRI, December 6, 2021
Size:

ທ່ານນາຍົກຫຼີເຄີ້ສຽງ ແລະ ທ່ານນາຍົກພັນຄຳ ວິພາວັນ ສົ່ງໂທລະເລກອວຍພອນເຊິ່ງກັນແລະກັນເພື່ອສະຫຼອງການແລ່ນລົດຂອງທາງລົດໄຟຈີນ-ລາ_fororder_1128129593_16385441812631n

    ວັນທີ 3 ທັນວານີ້ ທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນ ແລະ ທ່ານພັນຄຳ ວິພາວັນ ນາຍົກລັດຖະມົນຕີລາວໄດ້ສົ່ງໂທລະເລກອວຍພອນເຊິ່ງກັນແລະກັນເພື່ອສະຫຼອງການເປີດບໍລິການເປັນທາງການຂອງທາງລົດໄຟລາວ-ຈີນ ໂດຍກ່າວເນັ້ນວ່າ ສອງຝ່າຍຍິນດີພ້ອມກັນທຳຄວາມພະຍາຍາມເພື່ອຮັບປະກັນການດຳເນີນງານແລະຄວາມປອດໄພຂອງເສັ້ນທາງລົດໄຟສາຍນີ້,ເພີ່ມທະວີການພັດທະນາແບບສັງລວມຢູ່ເຂດລຽບຕາມເສັ້ນທາງລົດໄຟ,ພະຍາຍາມເຮັດໃຫ້ທາງລົດໄຟສາຍນີ້ໄດ້ເສີມຂະຫຍາຍບົດບາດທາງເສດຖະກິດ-ສັງຄົມໃຫ້ຫຼາຍທີ່ສຸດ ແລະ ສ້າງຜົນປະໂຫຍດໃຫ້ແກ່ສອງປະເທດ ແລະ ປະຊາຊົນສອງປະເທດ.