ຮອບຊີງຊະນະເລີດຂອງການແຂ່ງຂັນລະດັບສາກົນກ່ຽວກັບການສ້າງທຸລະກິດໃໝ່ທາງສັງຄົມຢູ່ເຂດຊົນເຜົ່າຂອງ ຫົກປະເທດ LM ໄດ້ຈັດຂຶ້ນຢ່າງສຳເລັດຜົນ

lmcchina.org, December 6, 2021
Size:

ບັນຍາກາດຢູ່ສະຖານທີ່ແຂ່ງຂັນຕົວຈິງ

ວັນທີ 20 ພະຈິກຜ່ານມາ, ຮອບຊີງຊະນະເລີດ ຂອງ “ການແຂ່ງຂັນລະດັບສາກົນກ່ຽວກັບການສ້າງທຸລະກິດໃໝ່ທາງສັງຄົມຢູ່ເຂດຊົນເຜົ່າ ປະເທດແມ່ນ້ຳລ້ານຊ້າງ-ແມ່ນໍ້າຂອງ (LM)” ໄດ້ຈັດຂຶ້ນຢູ່ສູນແລກປ່ຽນການຄົ້ນຄວ້າວິທະຍາສາດ ມະຫາວິທະຍາໄລຊົນເຜົ່າຈົ່ງນານຢ່າງເປັນຂະບວນຟົດຟື້ນ. ພາຍໃຕ້ສະພາບການຄວບຄຸມ ແລະ ປ້ອງກັນຢ່າງເປັນປົກກະຕິແບບໃໝ່ການແພ່ລະບາດຂອງພະຍາດໂຄວິດ-19, ຄະນະຜູ້ແທນພາຍໃນນະຄອນອູຮັ້ນໄດ້ດຳເນີນການລາຍງານ ແລະ ປ້ອງກັນບົດທາງອອຟລາຍ, ສ່ວນຄະນະຜູ້ແທນຢູ່ນອກນະຄອນອູຮັ້ນ ແລະ ຢູ່ຕ່າງປະເທດນັ້ນ ແມ່ນໄດ້ລາຍງານ, ສາທິດວິທີການ ແລະ ປ້ອງກັນບົດຂອງຕົນຜ່ານລະບົບວີດີໂອທາງໄກ.

ການປ້ອງກັນບົດສະເໜີຜ່ານລະບົບອອນລາຍຂອງທີມທີ່ເຂົ້າຮ່ວມການແຂ່ງຂັນຈາກຕ່າງປະເທດ

“ການແຂ່ງຂັນລະດັບສາກົນກ່ຽວກັບການສ້າງທຸລະກິດໃໝ່ທາງສັງຄົມຢູ່ເຂດຊົນເຜົ່າ LM” ແມ່ນພາກສ່ວນສຳຄັນ ຂອງ “ໂຄງການການຮ່ວມມືກ່ຽວກັບການສ້າງທຸລະກິດໃໝ່ທາງສັງຄົມ ແລະ ການຫຼຸດຜ່ອນຄວາມທຸກຍາກຢູ່ເຂດຊົນເຜົ່າ LM” ເຊິ່ງໂຄງການດັ່ງກ່າວເປັນການຈັດຕັ້ງຜັນຂະຫຍາຍ “ຖະແຫຼງການວຽງຈັນຂອງກອງປະຊຸມຜູ້ນຳຂອບການຮ່ວມມື LM ຄັ້ງທີ 3”,  ການດຳເນີນກິດຈະກຳປິ່ນອ້ອມການສ້າງທຸລະກິດໃໝ່ທາງສັງຄົມ, ແກ້ໄຂບັນຫາທາງສັງຄົມຕ່າງໆຢູ່ເຂດຊົນເຜົ່າ, ເຊັ່ນ: ບັນຫາການວ່າງງານ, ຄວາມແຕກໂຕນກັນລະຫວ່າງຜູ້ຮັ່ງມີແລະຜູ້ທຸກຍາກ ແລະ ມົນລະພິດທາງສິ່ງແວດລ້ອມ ເປັນຕົ້ນ  ໂດຍຜ່ານວິທີດຳເນີນທຸລະກິດ ຫຼື ຫັນເປັນຕະຫຼາດ ເພື່ອຮ່ວມກັນຊຸກຍູ້ການພັດທະນາແບບຍືນຍົງຢູ່ເຂດຊົນເຜົ່າ LM.

 

ການປ້ອງກັນບົດສະເໜີຜ່ານລະບົບອອນລາຍຂອງທີມທີ່ເຂົ້າຮ່ວມການແຂ່ງຂັນຈາກຕ່າງປະເທດ

ການແຂ່ງຂັນຮອບຊີງຊະນະເລີດຄັ້ງນີ້ ປະກອບມີ 27 ທີມເຂົ້າຮ່ວມ, ໃນນັ້ນ, ມີ 9 ທີມ ແມ່ນມາຈາກປະເທດຈີນ, ປະເທດລາວ ແລະ ປະເທດໄທ, ສ່ວນ 18 ທີມທີ່ຍັງເຫຼືອນັ້ນລ້ວນແຕ່ປະກອບດ້ວຍຊາວໜຸ່ມທີ່ມາຈາກປະເທດຕ່າງກັນໃນບັນດາ 6 ປະເທດ LM ເຊິ່ງໄດ້ສະແດງໃຫ້ເຫັນຢ່າງເຕັມທີ່ເຖິງຈິດໃຈແຫ່ງການຮ່ວມມືຖານໄມຕີຈິດມິດຕະພາບ ລະຫວ່າງ ຊາວໜຸ່ມ 6 ປະເທດ LM. ການແຂ່ງຂັ້ນຄັ້ງນີ້ ໄດ້ສຸມໃສ່ແກ້ໄຂບັນຫາທາງສັງຄົມໃນ 6 ປະເທດ LM ແລະ ໂຄງການດັ່ງກ່າວໄດ້ກວມເອົາຫຼາຍຂົງເຂດ, ເຊັ່ນ: ການບຳບັດນໍ້າເປື້ອນ, ການພັດທະນາກະສິກຳ, ການສຶກສາດ້ານພາສາ, ການຄຸ້ມຄອງບໍລິຫານຢູ່ຊົນນະບົດ ເປັນຕົ້ນ ໂດຍໄດ້ຄັດເລືອກເອົາລາງວັນທີ I ຈຳນວນ 4 ລາງວັນ, ລາງວັນທີ II ຈຳນວນ 6 ລາງວັນ, ລາງວັນທີ III ຈຳນວນ 10 ລາງວັນ ແລະ ລາງວັນຊົມເຊີຍ 7 ລາງວັນ.

ການລາຍງານຢູ່ສະຖານທີ່ຈັດການແຂ່ງຂັນຂອງທີມທີ່ປະກອບດ້ວຍສະມາຊິກຈາກຫຼາຍປະເທດ