ທ່ານ​ສີ​ຈິ້​ນ​ຜິງ ແລະ ທ່ານ​ທອງ​ລຸນ ສີ​ສຸ​ລິດ​ໃຫ້​ກຽດ​ເຂົ້າ​ຮ່ວມ​ພິ​ທີ​ເປີດ​ນຳ​ໃຊ້​ເສັ້ນ​ທາງລົດ​ໄຟ​ຈີນ-ລາວ

CRI, December 6, 2021
Size:

ຕອນບ່າຍວັນທີ 3 ທັນວານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນ, ແລະ ທ່ານທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດລາວໄດ້ໃຫ້ກຽດເຂົ້າຮ່ວມພິທີເປີດນຳໃຊ້ເສັ້ນທາງລົດໄຟຈີນ-ລາວໂດຍຜ່ານຮູບແບບວີດີໂອ.

ທ່ານສີຈິ້ນຜິງໄດ້ຕາງໜ້າໃຫ້ພັກກອມມູນິດຈີນ ລັດຖະບານຈີນ ແລະປະຊາຊົນຈີນສະແດງຄວາມຊົມເຊີນຢ່າງສຸດໃຈຕໍ່ການເປີດນຳໃຊ້ເສັ້ນທາງລົດໄຟຈີນ-ລາວ, ແລະສະແດງຄວາມເຄົາລົບນັບຖືຢ່າງສູງຕໍ່ຜູ້ກໍ່ເຂົ້າຮ່ວມການກໍ່ສ້າງສອງປະເທດ.

ທ່ານສີຈິ້ນຜິງກ່າວວ່າ, ປີ 2015, ຂ້າພະເຈົ້າໄດ້ຮ່ວມກັບຜູ້ນຳປະເທດລາວ, ເຮັດຂໍ້ຕົກລົງອັນສຳຄັນທີ່ຮ່ວມກັນສ້າງເສັ້ນທາງລົດໄຟຈີນ-ລາວ. ນັບແຕ່ໄດ້ເລີ່ມ ກໍ່ສ້າງເປັນເວລາ 5 ປີມານີ້, ຈີນ ແລະລາວໄດ້ຮ່ວມແຮງຮ່ວມໃຈກັນ ແລະ ປະສານງານກັນຢ່າງແໜ້ນແຟ້ນ, ໄດ້ບຸກເບີກເສັ້ນທາງ ແລະ ສ້າງຂົວຂ້າມຢູ່ຕາມພູຜາປ່າໄມ້, ໄດ້ສຳເລັດໜ້າທີ່ການກໍ່ສ້າງຢ່າງມີຄຸນນະພາບສູງ ແລະລະດັບສູງ, ໄດ້ນຳໃຊ້ການກະທຳຕົວຈິງເພື່ອສະທ້ອນຄວາມໝາຍອັນເລິກເຊິ່ງຂອງຈິດໃຈຄູ່ຮ່ວມຊາຕາກຳຈີນ-ລາວ, ໄດ້ສະແດງໃຫ້ເຫັນເຖິງທ່າແຮງພິເສດຂອງລະບອບສັງຄົມນິຍົມຂອງສອງປະເທດທີ່ໄດ້ສຸມກຳລັງແຮງເພື່ອປະຕິບັດພາລະກິດອັນຍິ່ງໃຫຍ່.

ທ່ານສີຈິ້ນຜິງຊີ້ອອກວ່າ, ເສັ້ນທາງລົດໄຟຈີນ-ລາວແມ່ນໂຄງການແບບຢ່າງທີ່ສອງຝ່າຍຮ່ວມມືກັນແບບຕ່າງຝ່າຍຕ່າງມີຜົນປະໂຫຍດ. ຫຼັງຈາກເສັ້ນທາງລົດໄຟເລີ່ມເປີດບໍລິການແລ້ວ, ຈາກນະຄອນຄຸນໝິງປະເທດຈີນໄປຮອດນະຄອນຫຼວງວຽງຈັນປະເທດລາວຈະບໍ່ແມ່ນໄລຍະທາງທີ່ຍາວໄກອີກແລ້ວ. ສອງຝ່າຍຄວນສືບຕໍ່ສຸມຄວາມພະຍາຍາມ, ປະຕິບັດວຽກງານໃຫ້ໄດ້ຮັບຜົນສຳເລັດຕື່ມອີກ, ຮັກສາເສັ້ນທາງລົດໄຟໃຫ້ດີ ແລະ ດຳເນີນທຸລະກິດໃຫ້ດີ, ບຸກເບີກ ແລະ ສ້າງສາບໍລິເວນລຽບຕາມເສັ້ນທາງລົດໄຟໃຫ້ດີ, ສ້າງເສັ້ນທາງທີ່ປຽບເໝືອນຄຳ, ແລະສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນສອງຊາດ.

ທ່ານສີຈິ້ນຜິງກ່າວເນັ້ນວ່າ, ເສັ້ນທາງລົດໄຟຈີນ-ລາວແມ່ນໂຄງການສັນຍາລັກທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”ຢ່າງມີຄຸນນະພາບສູງ. ໃນຊຸມປີມໍ່ໆມານີ້, ຈີນໄດ້ຖືເອົາມາດຕະຖານສູງ ການພັດທະນາແບບຍືນຍົງ ແລະ ສ້າງຜົນປະໂຫຍດໃຫ້ແກ່ຊີວິດການເປັນຢູ່ຂອງປະຊາຊົນເປັນເປົ້າໝາຍຂອງຕົນ, ຍົກສູງລະດັບໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຢ່າງບໍ່ຢຸດຢັ້ງ, ໄດ້ບັນລຸເປົ້າໝາຍທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດສຳລັບປະເທດທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ໄດ້ເປີດໂອກາດໃໝ່ໃຫ້ແກ່ການພັດທະນາເສດຖະກິດຂອງໂລກ. ຈີນຍິນດີຮ່ວມກັບປະເທດລາວ ກໍຄືປະເທດອື່ນໆທີ່ຢູ່ລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ”, ເລັ່ງລັດການສ້າງສາຍພົວພັນຄູ່ຮ່ວມ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ແໜ້ນແຟ້ນກວ່າເກົ່າ, ຮ່ວມກັນຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.

ທ່ານສີຈິ້ນຜິງກ່າວຕື່ມວ່າ, ເມື່ອຫຼາຍມື້ກ່ອນ, ຂ້າພະເຈົ້າໄດ້ຮັບຈົດໝາຍຈາກນັກສຶກສາລາວທີ່ຮຽນວິຊາທາງລົດໄຟຢູ່ນະຄອນຊຽງໄຮປະເທດຈີນ. ເຂົາເຈົ້າໄດ້ເປັນເອກະພາບກັນກ່າວວ່າ, ຈະນຳໃຊ້ຄວາມຮູ້ຄວາມສາມາດທີ່ຮຽນຢູ່ຈີນໄປໝູນໃຊ້ເຂົ້າໃນການເຄື່ອນໄຫວວຽກງານ ແລະ ການພັດທະນາເສັ້ນທາງລົດໄຟຈີນ-ລາວ. ຂ້າພະເຈົ້າຮູ້ສຶກດີໃຈຫຼາຍຕໍ່ກັບເລື່ອງນີ້. ອະນາຄົດມິດຕະພາບຈີນ-ລາວຂຶ້ນຢູ່ກັບຊາວໜຸ່ມ, ພື້ນຖານແຫ່ງການເຊື່ອມໂຍງເຊື່ອມຈອດຂຶ້ນຢູ່ກັບການເຊື່ອມສານທາງດ້ານຈິດໃຈ. ຈີນຍິນດີບຳລຸງສ້າງຜູ້ມີຄວາມຮູ້ຄວາມສາມາດທີ່ຈະປະກອບສ່ວນເຂົ້າໃນການເສີມຂະຫຍາຍເສັ້ນທາງແຫ່ງມິດຕະພາບຈີນ-ລາວໃຫ້ຫຼາຍກວ່າເກົ່າ.

ທ່ານທອງລຸນ ສີສຸລິດກ່າວວ່າ, ມື້ນີ້ ຂ້າພະເຈົ້າຮູ້ສຶກມີກຽດຢ່າງສູງ ແລະຮູ້ສຶກປິຕິຊົມຊື່ນເປັນຢ່າງຍິ່ງ, ຄວາມຝັນຄວາມຄອງຄອຍຂອງປະຊາຊົນລາວບັນລຸຜົນເປັນຈິງແລ້ວ. ຂໍຂອບໃຈນຳປະເທດຈີນທີ່ໃຫ້ການສະໜັບສະໜູນຢ່າງແຂງແຮງ, ປະເທດລາວໄດ້ສິ້ນສຸດໄລຍະປະຫວັດສາດທີ່ບໍ່ມີທາງລົດໄຟ, ແລະໄດ້ມີທາງລົດໄຟທີ່ທັນສະໄໝ. ເສັ້ນທາງລົດໄຟລາວ-ຈີນແມ່ນເສັ້ນທາງເຊື່ອມຕໍ່ຍຸດທະສາດທີ່ຫັນຈາກ “ປະເທດທີ່ບໍ່ມີທາງອອກສູ່ທະເລ” ເປັນ “ປະເທດເຊື່ອມໂຍງເຊື່ອມຈອດ” ນັ້ນໄດ້ລົງເລິກການເຊື່ອມຕໍ່ກັບຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”, ນີ້ເປັນສັນຍາລັກທາງປະຫວັດສາດທີ່ສຳຄັນ ຂອງການພັດທະນາພື້ນຖານໂຄງລ່າງທີ່ທັນສະໄໝ ຂອງ ສປປ ລາວ, ເຊິ່ງຈະຊຸກຍູ້ການພັດທະນາເສດຖະກິດສັງຄົມຂອງລາວໃຫ້ເຂັ້ມແຂງ. ພາຍໃຕ້ການເອົາໃຈໃສ່ຂອງຜູ້ນຳສອງປະເທດ ແລະ ການສະໜັບສະໜູນຂອງຝ່າຍຕ່າງໆ, ສອງຝ່າຍໄດ້ຜ່ານຜ່າສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກຕ່າງໆນານາ ເຊິ່ງລວມທັງສະພາບການແຜ່ລະບາດຂອງພະຍາດໂຄວິດ-19, ສອງຝ່າຍໄດ້ສ້າງເສັ້ນທາງລົດໄຟສຳເລັດ ແລະ ນຳໃຊ້ຕາມເວລາກຳນົດ, ນີ້ເປັນຂອງຂວັນອັນລ້ຳຄ່າສຳລັບປະຊາຊົນລາວເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ສປປ ລາວຄົບຮອບ 46 ປີ ທັງເປັນການປະກອບສ່ວນເຂົ້າໃນການ ສະເຫຼີມສະຫຼອງຄົວັນສ້າງຕັ້ງສາຍພົວພັນທາງການທູດລາວ-ຈີນຄົບຮອບ 60 ປີຢ່າງມີຄວາມໝາຍເລິກເຊິ່ງ. ໝາກຜົນຂອງຄວາມສຳເລັດນີ້, ລ້ວນແຕ່ໄດ້ສະແດງໃຫ້ເຫັນເຖິງຈິດໃຈການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໝັ້ນຄົງຍາວຍານຕາມທິດ 4 ດີ ແລະເປັນສັນຍາລັກທີ່ສຳຄັນໃນຂະບວນການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ຈີນ-ລາວ, ແນ່ນອນແລ້ວຈະເປັນການເພີ່ມເນື້ອໃນສຳຄັນອັນໃໝ່ເຂົ້າໃນການພົວພັນຂອງສອງພັກ ສອງລັດຖະບານ ແລະສອງປະເທດລາວ-ຈີນ. ລາວຍິນດີຮ່ວມກັບຈີນ, ຮັກສາ ແລະ ໝູນໃຊ້ເສັ້ນທາງລົດໄຟລາວ-ຈີນໃຫ້ດີ, ສ້າງຜົນປະໂຫຍດຫຼາຍກວ່າເກົ່າໃຫ້ແກ່ປະຊາຊົນຂອງສອງປະເທດ ກໍຄືຂອງພາກພື້ນແຫ່ງນີ້, ປະກອບສ່ວນເຂົ້າໃນການຊຸກຍູ້ການເຊື່ອມໂຍງເຊື່ອມຈອດ ກໍຄື ການພັດທະນາ ແລະຄວາມສິວິໄລຂອງພາກພື້ນ. ຂໍອວຍພອນໃຫ້ປະເທດຈີນກ້າວສູ່ຄວາມຈະເລີນຮຸ່ງເຮືອງສີວິໄລຢ່າງບໍ່ຢຸດຢັ້ງ, ອວຍພອນໃຫ້ສາຍພົວພັນລາວຈີນຈົ່ງໝັ້ນຄົງຂະໜົງແກ່ນຕະຫຼອດໄປ.