ທ່ານ​ລີ້​ຈ້ານ​ຊູ່​ສົ່ງ​ສານ​ອວຍ​ພອນ​​ເຖິງ​ທ່ານ​ໄຊ​ສົມ​ພອນ ພົມ​ວິ​ຫານ ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ​ເນື່ອງ​​ໃນໂອ​ກາດ​ວັນ​ຊາດ​ລາວ​ຄົບ​ຮອບ 46 ປີ

CRI, December 3, 2021
Size:

ວັນທີ 2 ທັນວານີ້, ທ່ານລີ້ຈ້ານຊູ່ ປະທານຄະນະປະຈຳສະພາປະຊາຊົນແຫ່ງຊາດຈີນໄດ້ສົ່ງສານອວຍພອນເຖິງທ່ານໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວເນື່ອງໃນໂອກາດວັນຊາດລາວຄົບຮອບ 46 ປີ.

ທ່ານລີ້ຈ້ານຊູ່ກ່າວວ່າ, ແຕ່ຕົ້ນປີນີ້ເປັນຕົ້ນມາ, ກອງປະຊຸມໃຫຍ່ ຂອງພັກປະຊາຊົນປະຕິວັດລາວຄັ້ງທີ 11ໄດ້ຈັດຂຶ້ນຢ່າງສຳເລັດຜົນ, ພາລະກິດປ່ຽນແປງໃໝ່ ແລະ ເປີດປະຕູສູ່ພາຍນອກໄດ້ຮັບໝາກຜົນອັນໃໝ່ຢ່າງບໍ່ຢຸດຢັ້ງ. ພາຍໃຕ້ການຊີ້ນຳນຳພາດ້ານຍຸດທະສາດຂອງຜູ້ນຳສູງສຸດຂອງສອງພັກ ສອງລັດຖະບານ, ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວໄດ້ກ້າວເຂົ້າສູ່ລວງເລິກຢ່າງຕໍ່ເນື່ອງ, ສະພາປະຊາຊົນແຫ່ງຊາດຈີນ ແລະ ສະພາແຫ່ງຊາດລາວໄດ້ມີການແລກປ່ຽນ ແລະ ການຮ່ວມມືນັບມື້ນັບແໜ້ນແຟ້ນຍິ່ງຂຶ້ນ. ຂ້າພະເຈົ້າຍິນດີຮ່ວມກັບທ່ານໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ, ສືບຕໍ່ເພີ່ມທະວີການໄປມາຫາສູ່ກັນບົນຈິດໃຈມິດຕະພາບລະຫວ່າງອົງການນິຕິບັນຍັດຂອງສອງປະເທດ, ເພີ່ມທະວີເນື້ອໃນຂອງຄູ່ຮ່ວມຊາຕາກຳຈີນ-ລາວໃຫ້ອຸດົມສົມບູນຂຶ້ນຢ່າງບໍ່ຢຸດຢັ້ງ.