ສະຫາຍສີຈິ້ນຜິງສົ່ງສານອວຍພອນວັນຊາດແຫ່ງສປປລາວ

CRI, December 2, 2021
Size:

ເນື່ອງໃນໂອກາດວັນສະຖາປະນາສາທາລະນະລັດປະຊາທິປະໄຕປະຊາຊົນລາວຄົບຮອບ 46 ປີ (2/12/1975-2/12/2021), ສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດແຫ່ງສາທາລະນະລັດປະຊາຊົນຈີນໄດ້ສົ່ງສານອວຍພອນເຖິງສະຫາຍທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ.

ເນື້ອໃນສານລະບຸໄວ້ວ່າ: ເນື່ອງໃນໂອກາດທີ່ສາທາລະນະລັດປະຊາທິປະໄຕປະຊາຊົນລາວສະຖາປະນາຂຶ້ນຄົບຮອບ 46 ປີ, ຂ້າພະເຈົ້າຂໍຕາງໜ້າພັກກອມມູນິດຈີນ, ລັດຖະບານຈີນ, ປະຊາຊົນຈີນ ແລະ ໃນນາມສ່ວນຕົວ, ສະແດງຄວາມຊົມເຊີຍຢ່າງອົບອຸ່ນມາຍັງສະຫາຍ ແລະ ຜ່ານສະຫາຍໄປຍັງພັກປະຊາຊົນປະຕິວັດລາວ, ລັດຖະບານລາວ ແລະ ປະຊາຊົນລາວອ້າຍນ້ອງ.

ຂ້າພະເຈົ້າຮູ້ສຶກດີໃຈທີ່ເຫັນວ່າ, ພາຍໃນປີນີ້, ພັກປະຊາຊົນປະຕິວັດລາວໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ XI ຢ່າງປະສົບຜົນສໍາເລັດ, ຄະນະການນຳສູນກາງສະໄໝໃໝ່ປະຕິບັດໜ້າທີ່ເປັນຢ່າງດີ, ເຊິ່ງໄດ້ຊຸກຍູ້ການຄຸ້ມຄອງພະຍາດໂຄວິດ-19 ແລະ ການພັດທະນາເສດຖະກິດ-ສັງຄົມພ້ອມກັນ. ຂ້າພະເຈົ້າເຊື່ອໝັ້ນວ່າ, ພາຍໃຕ້ການນຳພາອັນໜັກແໜ້ນຂອງສູນກາງພັກປະຊາຊົນປະຕິວັດລາວທີ່ຖືສະຫາຍເປັນຜູ້ນຳ, ປະຊາຊົນລາວແນ່ນອນຈະບັນລຸເປົ້າໝາຍສູ້ຊົນທີ່ກຳນົດໃນກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ຍາດໄດ້ຜົນສຳເລັດໃໝ່ ທີ່ໃຫຍ່ກວ່າເກົ່າໃນການພັດທະນາພາລະກິດຂອງພັກ ແລະ ປະເທດຊາດ.

ປີນີ້ເປັນປີທີ່ປະເທດຈີນກັບປະເທດລາວສ້າງສາຍພົວພັນທາງການທູດຄົບຮອບ 60 ປີ ແລະ ປີມິດຕະພາບຈີນ-ລາວ, ການນຳຂັ້ນສູງສອງຝ່າຍໄດ້ຮັກສາການປຶກສາຫາລືທາງດ້ານຍຸດທະສາດ, ລົງເລິກການແລກປ່ຽນ ແລະ ການຮ່ວມມືໃນຂົງເຂດຕ່າງໆ, ຊຸກຍູ້ການສ້າງໂຄງການໃຫຍ່ ແລະ ສຳຄັນໃນຂອບ “ໜຶ່ງແລວໜຶ່ງເສັ້ນທາງ” ໃຫ້ມີຄວາມຄືບໜ້າຢ່າງຕັ້ງໜ້າ. ສອງຝ່າຍຮ່ວມມືກັນຕ້ານພະຍາດໂຄວິດ-19, ໄດ້ສະແດງໃຫ້ເຫັນນໍ້າໃຈເລິກເຊິ່ງຖານສະຫາຍອ້າຍນ້ອງດ້ວຍພຶດຕິກຳຕົວຈິງ. ຂ້າພະເຈົ້າໃຫ້ຄວາມສຳຄັນເປັນຢ່າງຍິ່ງ ຕໍ່ການພັດທະນາສາຍພົວພັນຈີນ-ລາວ, ຍິນດີຮ່ວມກັນກັບສະຫາຍຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວໃຫ້ກ້າວເຂົ້າສູ່ລະດັບໃໝ່.

ຂໍອວຍພອນໃຫ້ປະເທດລາວຈົ່ງມີຄວາມຈະເລີນຮຸ່ງເຮືອງ, ປະຊາຊົນຢູ່ເຢັນເປັນສຸກ.

ຂໍອວຍພອນການສ້າງຄູ່ຮ່ວມຊາຕາກຳຈີນ-ລາວມີຄວາມຄືບໜ້າໃໝ່ຢ່າງບໍ່ຢຸດຢັ້ງ.