ລັດ​ຖະ​ບານ​ຈີນ ແລະ ລັດ​ຖະ​ບານ​ລາວ​ລົງ​ນາມ​ໃນ​ສົນ​ທິ​ສັນ​ຍາ​ວ່າ​ດ້ວຍ​ການ​ຂົນ​ສົ່ງ​ທາງລົດ​ໄຟ​ຂ້າມ​ຊາຍ​ແດນ

CRI, December 1, 2021
Size:

ວັນທີ 30 ພະຈິກນີ້, ພິທີລົງນາມ “ສົນທິສັນຍາວ່າດ້ວຍການຂົນສົ່ງທາງລົດໄຟຂ້າມຊາຍແດນລະຫວ່າງສປຈີນ ແລະ ສປປລາວ” ໄດ້ຈັດຂຶ້ນໂດຍຜ່ານທາງວີດີໂອ. ສົນທິສັນຍາດັ່ງກ່າວແມ່ນສົນທິສັນຍາການຮ່ວມມືທາງລົດໄຟສະບັບທຳອິດລະຫວ່າງລັດຖະບານສອງປະເທດຈີນ-ລາວ.

ໃນພິທີລົງນາມ, ທ່ານເລິວເຈີ້ນຟ່າງ ຫົວໜ້າອົງການທາງລົດໄຟແຫ່ງຊາດຈີນ ແລະ ທ່ານວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງລາວໄດ້ຕາງໜ້າລັດຖະບານຂອງປະເທດຕົນລົງນາມໃນສົນທິສັນຍາດັ່ງກ່າວ.

“ສົນທິສັນຍາວ່າດ້ວຍການຂົນສົ່ງທາງລົດໄຟຂ້າມຊາຍແດນລະຫວ່າງສປຈີນ ແລະ ສປປລາວ” ມີຈຸດປະສົງເພື່ອກຳນົດໜ້າວຽກສຳຄັນຕ່າງໆຂອງສະຖານີລົດໄຟຊາຍແດນຂອງສອງປະເທດ ກໍຄື ຂອບເຂດລະຫວ່າງສະຖານີລົດໄຟຊາຍແດນສອງຝ່າຍ, ແມ່ນກົດລະບຽບພື້ນຖານທີ່ສອງຝ່າຍດຳເນີນການຂົນສົ່ງທາງລົດໄຟຂ້າມຊາຍແດນ, ເຊິ່ງໄດ້ສ້າງພື້ນຖານທີ່ໜັກແໜ້ນໃຫ້ແກ່ການຂົນສົ່ງຂ້າມຊາຍແດນລະຫວ່າງສອງປະເທດຈີນ-ລາວ.