ກອງປະຊຸມຜູ້ນຳປະເທດອາຊີ-ເອີຣົບຄັ້ງທີ 13 ທີ່ກຳປູເຈຍເປັນປະເທດເຈົ້າພາບໄດ້ອັດລົງແລ້ວໃນວັນທີ 26 ພະຈິກນີ້ ທັງໄດ້ອອກຖະແຫຼງການປະທານ ໂດຍຮຽກຮ້ອງໃຫ້ຊຸກຍູ້ລັດທິຫຼາຍຝ່າຍ ເພື່ອຮັບມືກັບສິ່ງທ້າທາຍໃນສາກົນແລະພາກພື້ນ, ຊຸກຍູ້ການຟື້ນຟູເສດຖະກິດໂລກແລະການເຕີບໂຕແບບຍືນຍົງແລະກວມລວມ.
ຖະແຫຼງການລະບຸວ່າ: ກອງປະຊຸມມີຫົວຂໍ້ວ່າ “ເພີ່ມທະວີລັດທິຫຼາຍຝ່າຍ ຊຸກຍູ້ການເຕີບໂຕຮ່ວມກັນ”. ຜູ້ນຳທີ່ຮ່ວມປະຊຸມໄດ້ເນັ້ນໜັກຄືນເຖິງຄວາມສຳຄັນຂອງການພົວພັນຄູ່ຮ່ວມມືອາຊີ-ເອີຣົບ, ເນັ້ນໜັກວ່າ ຕ້ອງເພີ່ມທະວີການສົນທະນາກັນແລະການຮ່ວມມືທີ່ເນັ້ນການດຳເນີນງານ ເພື່ອຮັບມືກັບສິ່ງທ້າຍໃນສາກົນແລະພາກພື້ນ ໂດຍສະເພາະແມ່ນຮັບມືກັບສະພາບການແຜ່ລະບາດຂອງພະຍາດໂຄວິດ-19. ຜູ້ນຳທີ່ຮ່ວມປະຊຸມຍັງເນັ້ນໜັກຕື່ມວ່າ ເພື່ອຮັບມືກັບສິ່ງທ້າທາຍໃນສາກົນແລະພາກພື້ນ, ມີຄວາມເລັ່ງດ່ວນໃຫ້ບັນດາປະເທດປົກປັກຮັກສາລະບົບສາກົນທີ່ຖືອົງການສະຫະປະຊາຊາດເປັນແກນກາງ, ລະບຽບສາກົນທີ່ຖືກົດໝາຍສາກົນເປັນພື້ນຖານ, ຕ້ອງຮ່ວມມືກັນເພື່ອປົກປັກຮັກສາສັນຕິພາບແລະຄວາມໝັ້ນຄົງ, ຊຸກຍູ້ການພັດທະນາແບບກວມລວມແລະຍືນຍົງ, ຊຸກຍູ້ການປົກປ້ອງສິດທິມະນຸດ, ເລັ່ງລັດການບັນລຸເປົ້າໝາຍການພັດທະນາແບບຍືນຍົງ.
ຖະແຫຼງການຍັງລະບຸຕື່ມວ່າ: ການເຊື່ອມໂຍງເຊື່ອມຈອດກັນແບບຍືນຍົງເປັນພື້ນຖານອັນສຳຄັນໃນການພັດທະນາເສດຖະກິດພາກພື້ນໃຫ້ເຊື່ອມໂຍງເຂົ້າເປັນອັນໜຶ່ງອັນດຽວກັນ, ທັງເປັນຂອບສຳຄັນໃນການພັດທະນາແບບປະສານສົມທົບກັນຂອງໂລກ. ພ້ອມດຽວກັນນັ້ນ, ຕ້ອງຮັບມືກັບສິ່ງທ້າທາຍຈາກການປ່ຽນແປງຂອງດິນຟ້າອາກາດ, ເພີ່ມທະວີລະບົບການຄ້າຫຼາຍຝ່າຍທີ່ເປີດປະຕູ, ຍຸຕິທຳ,ໂປ່ງໃສ, ກວມລວມ, ບໍ່ມີການຈຳແນກແລະບົນພື້ນຖານລະບຽບການ, ຊຸກຍູ້ຂະແໜງການທ່ອງທ່ຽວແລະເສດຖະກິດນະວັດຕະກຳໃຫ້ພັດທະນາແບບຍືນຍົງເພື່ອເພີ່ມທະວີການແລກປ່ຽນດ້ານວັດທະນະທຳແລະການຮ່ວມມືດ້ານເສດຖະກິດ.