ໄທ​ປະ​ກາດ​ຈະ​ຜ່ອນ​ຄາຍ​ຄວາມ​ຈຳ​ກັດ​ດ້ານ​ການ​ອະ​ນຸ​ມັດການ​ເຂົ້າ​ເມືອງ​ຕື່ມ​ອີກ​ແຕ່​ວັນ​ທີ 16 ທັນ​ວາ​ໜ້າ​ນີ້​ເປັນ​ຕົ້ນ​ໄປ

CRI, November 30, 2021
Size:

     ສູນຄຸ້ມຄອງການແຜ່ລະບາດຂອງພະຍາດໂຄວິດ-19 ຂອງໄທໄດ້ປະກາດໃນວັນທີ 26 ພະຈິກນີ້ວ່າ: ຈະຜ່ອນຄາຍຄວາມຈຳກັດດ້ານການອະນຸມັດການເຂົ້າເມືອງຕື່ມອີກແຕ່ວັນທີ 16 ທັນວາໜ້ານີ້ເປັນຕົ້ນໄປ, ການກວດຫານິວຄຼີອິກຂອງນັກທ່ອງທ່ຽວຈາກ 63 ປະເທດແລະເຂດແຄວ້ນທີ່ມີຄວາມສ່ຽງຕ່ຳຫຼັງເຂົ້າເມືອງຈະປ່ຽນເປັນການກວດກາພູມຕ້ານທານພະຍາດໂຄວິດ-19 ແບບໄວ, ຖ້າຜົນເປັນລົບກໍ່ບໍ່ຕ້ອງກັກບໍລິເວນໃນຄືນທຳອິດຢູ່ໂຮງແຮມແລ້ວ.

      ສູນຄຸ້ມຄອງການແຜ່ລະບາດຂອງພະຍາດໂຄວິດ-19 ຂອງໄທໄດ້ເປີດເຜີຍຂໍ້ກຳນົດໃໝ່ຫຼ້າສຸດໃນວັນທີ 26 ພະຈິກນີ້ວ່າ: ນັບແຕ່ວັນທີ 16 ທັນວາໜ້ານີ້ເປັນຕົ້ນໄປ,ນັກທ່ອງທ່ຽວຈາກ 63 ປະເທດແລະເຂດແຄວ້ນທີ່ມີຄວາມສ່ຽງຕ່ຳແລະໄດ້ສັກວັກຊີນໂຄວິດ-19 ຄົບສອງເຂັມຢ່າງໜ້ອຍ 14 ວັນນັ້ນຫຼັງເຂົ້າເມືອງປະເທດໄທແລ້ວສາມາດຍົກເລີກການກວດນິວຄຼີອິກໄດ້,ພຽງແຕ່ຕ້ອງຮັບການກວດກາພູມຕ້ານທານພະຍາດໂຄວິດ-19 ໄວເທື່ອໜຶ່ງຢູ່ໂຮງແຮມເທົ່ານັ້ນ,ຖ້າຜົນເປັນລົບກໍ່ບໍ່ຕ້ອງກັກບໍລິເວນໃນຄືນທຳອິດຢູ່ໂຮງແຮມແລ້ວ. ນອກນີ້, ນັກທ່ອງທ່ຽວຕ້ອງສະໜອງຜົນການກວດຫານິວຄຼີອິກທີ່ເປັນລົບໃນເວລາ 72 ຊົ່ວໂມງກ່ອນຂຶ້ນຍົນ,ພ້ອມທັງຊື້ຄ່າປະກັນໄພທີ່ເປັນເງິນຕ່ຳສຸດ 50 ພັນໂດລາສະຫະລັດ.