ທາງ​ລົດ​ໄຟ​ຈີນ-ລາວ​ຕອນ​ຢູ່ປະ​ເທດ​ຈີນ​ຈະ​ແລ່ນ​ລົດ​ຕາມ​ຕາ​ຕະ​ລາງ​ທຸກ​ສາຍໃຫ້​ສຳ​ເລັດ​ໃນ​ວັນ​ທີ 29 ພະ​ຈິກ​ນີ້

CRI, November 30, 2021
Size:

   ວັນທີ 29 ພະຈິກນີ້, ທາງລົດໄຟຈີນ-ລາວຕອນຢູ່ປະເທດຈີນຈະດຳເນີນການແລ່ນລົດຕາມຕາຕະລາງທຸກສາຍໃຫ້ສຳເລັດ, ຕາມແຜນການ, ກຸ່ມບໍລິສັດທາງລົດໄຟຄຸນມິງຈີນຈຳກັດຈະເປີດໃຫ້ລົດໄຟEMU 15 ຂະບວນແລ່ນຢູ່ທາງລົດໄຟໃນເສັ້ນທາງຕ່າງໆ.

   ການແລ່ນລົດຕາມເສັ້ນທາງທຸກສາຍຕາມຕາຕະລາງເປັນຂອດສຸດທ້າຍໃນການກວດກາເງື່ອນໄຂຕ່າງໆກ່ອນເປີດນຳໃຊ້ທາງລົດໄຟ, ໂດຍໄດ້ຈັດໃຫ້ຂະບວນລົດໄຟປະເພດຕ່າງໆທີ່ຈະເປີດບໍລິການຢ່າງເປັນທາງການຫຼັງເປີດນຳໃຊ້ທາງລົດໄຟນັ້ນແລ່ນລົດຕາມຕາຕະລາງລົດໄຟບໍ່ວ່າຈະເປັນໃນດ້ານເວລາເຂົ້າອອກ, ສະຖານີ ແລະເສັ້ນທາງແລ່ນລົດ.