ສາມປະເທດລວມທັງປະເທດລາວຈະພົ້ນອອກຈາກປະເທດດ້ອຍພັດທະນາ

CRI, November 29, 2021
Size:

ໃນວັນທີ 24 ພະຈິກນີ້, ກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດໄດ້ຮັບຮອງ ມະຕິກ່ຽວກັບການນຳເອົາປະເທດລາວ, ບັງກຼາເດັດ ແລະ ເນປານ ອອກຈາກບັນຊີລາຍຊື່ປະເທດດ້ອຍພັດທະນາ. 

ມະຕິດັ່ງກ່າວໄດ້ລະບຸວ່າ: ອີງຕາມຂໍ້ສະເໜີຂອງຄະນະກຳມະການນະໂຍບາຍການພັດທະນາຂອງອົງການສະຫະປະຊາຊາດ ແລະ ໂດຍພິຈາລະນາເຖິງຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຈຶ່ງໄດ້ໃຫ້ໄລຍະເວລາ 5 ປີແກ່ 3 ປະເທດດັ່ງກ່າວກະກຽມ ເຊິ່ງໄລຍະເວລານີ້ໄດ້ລື່ນກາຍ 3 ປີທີ່ເປັນໄລຍະເວລາປົກກະຕິ.

ມະຕິດັ່ງກ່າວຍັງໄດ້ເນັ້ນໜັກອີກວ່າ: ການນຳເອົາຊື່ຂອງປະເທດທີ່ກ່ຽວຂ້ອງອອກຈາກບັນຊີລາຍຊື່ປະເທດດ້ອຍພັດທະນາ. ເວົ້າສຳລັບປະເທດເຫຼົ່ານັ້ນແລ້ວແມ່ນມີຄວາມໝາຍສຳຄັນທີ່ເປັນຂີດໝາຍປະຫວັດສາດຂອງປະເທດເຫຼົ່ານັ້ນ.
    ນອກນີ້, ມະຕິຍັງໄດ້ເນັ້ນໜັກຕື່ມວ່າ: ການນຳເອົາຊື່ອອກຈາກບັນຊີລາຍຊື່ປະເທດດ້ອຍພັດທະນາ ບໍ່ຄວນສົ່ງຜົນເຮັດໃຫ້ແຜນພັດທະນາ ແລະ ໂຄງການການພັດທະນາຢຸດຊະງັກ ຫຼື ຖອຍຫຼັງ.

ມາຮອດປັດຈຸບັນ, ໃນທົ່ວໂລກມີ 46 ປະເທດດ້ອຍພັດທະນາ ລວມທັງປະເທດລາວ, ບັງກຼາເດັດ ແລະ ເນປານ, ໃນນັ້ນສ່ວນຫຼາຍແມ່ນປະເທດຢູ່ອາຟຣິກາ.