ຈີນ​ໄດ້​ສະ​ໜອງວັກ​ຊິນ​​ໂຄວິດ-19 ຫຼາຍກວ່າ 1,8 ຕື້​ຫຼອດ​​ໃຫ້ແກ່​ປະ​ຊາ​ຄົມ​ໂລກ

CRI, November 29, 2021
Size:

ອົງການຮ່ວມມືເພື່ອການພັດທະນາສາກົນແຫ່ງຊາດຈີນໄດ້ລາຍງານໃຫ້ຮູ້ວ່າ: ຄຽງຄູ່ກັບວັກຊິນປ້ອງກັນໂຄວິດ-19 ຈຳນວນ 7 ແສນຫຼອດທີ່ປະເທດຈີນຊ່ວຍເຫຼືອປະເທດລາວໄດ້ຖືກຂົນສົ່ງໃນມື້ນີ້ແລ້ວ, ຈີນໄດ້ສະໜອງວັກຊິນປ້ອງກັນໂຄວິດ-19 ທັງໝົດ 6,9 ລ້ານຫຼອດໃຫ້ແກ່ປະເທດລາວ ເຊິ່ງໄດ້ກາຍເປັນແຫຼ່ງທີ່ມາຂອງວັກຊິນຕົ້ນຕໍສຳລັບປະເທດລາວ.

ທ່ານເຕິ້ງຊິງໂປ່ ຮອງຫົວໜ້າອົງການຮ່ວມມືເພື່ອການພັດທະນາສາກົນແຫ່ງຊາດຈີນກ່າວວ່າ: ການຮ່ວມມືຈີນ-ລາວ ໄດ້ສ່ອງແສງໃຫ້ເຫັນເຖິງການຮ່ວມມືຈີນ-ອາຊຽນ, ອາຊຽນເປັນຄູ່ຮ່ວມມືສຳຄັນ ແລະ ເປົ້າໝາຍບູລິມະສິດຂອງປະເທດຈີນ. ຈີນຈະໃຫ້ການຊ່ວຍເຫຼືອລ້າວັກຊິນໂຄວິດ-19 ແກ່ປະເທດອາຊຽນອີກ 150 ລ້ານຫຼອດ ແລະ ຈະໃຫ້ການຊ່ວຍເຫຼືອດ້ານການພັດທະນາ 1,5 ຕື້ໂດລາສະຫະລັດແກ່ອາຊຽນໃນໄລຍະ 3 ປີຂ້າງໜ້ານີ້.

ມາຮອດປັດຈຸບັນນີ້, ຈີນໄດ້ສະໜອງວັກຊິນໂຄວິດ-19 ຫຼາຍກວ່າ 1,8 ຕື້ຫຼອດ ແລະ ວັດຖຸອຸປະກອນຕ້ານການແຜ່ລະບາດຂອງພະຍາດໃຫ້ແກ່ປະຊາຄົມໂລກເປັນຈຳນວນຫຼວງຫຼາຍແລ້ວ.