ແມ່ນໍ້າລ້ານຊ້າງທີ່ໄຫຼສະຫງ່າ ລະບົບນິເວດທີ່ສວຍສົດງົດງາມ

lmcchina.org, November 29, 2021
Size:

ຮ່ອມພູໃຫຍ່ແມ່ນໍ້າລ້ານຊ້າງ ທີ່ຕາແສງຊູຈີຂາ ເມືອງມາງຄັ່ງ ເຂດປົກຄອງຕົນເອງຕິເບດ, ຂ້າງແມ່ນໍ້າແມ່ນໝູ່ບ້ານ ແລະ ນາເກືອ.

ລະບົບສາຍນໍ້າທີ່ມີຮູບດ່າງແຫຂອງ ແມ່ນໍ້າ ຈາຊູ ທີ່ເຂດຕອນເໜືອຂອງແມ່ນໍ້າລ້ານຊ້າງ, ເມືອງໜັງຊຽນ ກິ່ງແຂວງປົກຄອງຕົນເອງຊົນເຜົ່າຕິເບດຢູຊູ ແຂວງຊິ່ງໄຫ.

ນະຄອນຊາງຕູ່ ເຂດປົກຄອງຕົນເອງຕິເບດແມ່ນໍ້າຈາຊູ ແລະ ແມ່ນໍ້າອັງຊູ ໄຫຼໂຮມເຂົ້າກັນຢູ່ທີ່ນີ້ກາຍເປັນແມ່ນໍ້າລ້ານຊ້າງ.

ເຂດອະນຸລັກປົກປ້ອງກວາງແດງ (Cervus elaphus) ແບບທໍາມະຊາດລະດັບຊາດ ຕັ້ງຢູ່ສັນພູຊາງເມົາຫຼີງ ເມືອງເລີຍອູຊີ ເຂດປົກຄອງຕົນເອງຕິເບດ, ໂດຍມີກວາງແດງ ທີ່ເປັນສັດອະນຸລັກລະດັບສອງຂອງປະເທດ ກໍາລັງຊອກຢູ່ຫາກິນຢ່າງສໍາລານໃຈ.

ທາງຫຼວງຢູນນານ-ຕິເບດທີ່ຂ້າມຜ່ານຮ່ອມພູໃຫຍ່ແມ່ນໍ້າລ້ານຊ້າງ

ດິນຊຸ່ມທີ່ເຂດຕອນເໜືອແມ່ນໍ້າລ້ານຊ້າງ, ເມືອງໜັງຊຽນ ກິ່ງແຂວງປົກຄອງຕົນເອງຊົນເຜົ່າຕິເບດຢູຊູ ແຂວງຊິ່ງໄຫ.


ແມ່ນໍ້າລ້ານຊ້າງ ມີຕົ້ນກໍາເນີດຈາກແຂວງຊິ່ງໄຫ, ໄຫຼຜ່ານຕິເບດ, ຢູນນານ ແລະ ເຂດອື່ນໆ, ໄຫຼຂ້າມລະບົບນິເວດສິ່ງແວດລ້ອມທໍາມະຊາດ ແລະ ທີ່ຕັ້ງພູມລໍາເນົາຂອງຊີວະນາໆພັນຫຼາຍປະເພດ, ແມ່ນອົງປະກອບທີ່ສໍາຄັນຂອງລະບົບແມ່ນໍ້າຊານຈ່ຽງຢວນ. ພ້ອມດຽວກັນນີ້, ລ້ອງແມ່ນໍ້າລ້ານຊ້າງຍັງແມ່ນບ້ານເຮືອນຂອງສັດປ່າທີ່ໃກ້ຈະສູນພັນຕ່າງໆ ເຊັ່ນ ເສືອດາວຫິມະ (Snow leopard), ລີງທອງຢູນນານ (Black Snub-nosed Monkey) ແລະ ທະນີ, ທັງມີຕົ້ນ Taxus chinensis, ຕົ້ນ Parashorea chinensis Wang Hsie ແລະ ພືດທີ່ໃກ້ຈະສູນພັນອື່ນໆແຈກຢາຍຢູ່, ທັງໝົດເຫຼົ່ານີ້ໄດ້ເຮັດໃຫ້ແມ່ນໍ້າລ້ານຊ້າງກາຍເປັນໜຶ່ງໃນບັນດາລຳແມ່ນໍ້າທີ່ມີຄວາມຫຼາກຫຼາຍດ້ານຊີວະນາໆພັນທີ່ອຸດົມສົມບູນຫຼາຍທີ່ສຸດ.

    ຊຸມປີຜ່ານມາ, ບັນດາແຂວງ ແລະ ເຂດແຄວ້ນທີ່ລຽບຕາມແມ່ນໍ້າລ້ານຊ້າງໄດ້ເພີ່ມທະວີລະດັບການປົກປັກຮັກສາລະບົບນິເວດ ເຊິ່ງໄດ້ເຮັດໃຫ້ຈໍານວນຂອງໝູ່ສັດປ່າ ແລະ ກຸ່ມພືດພັນໃນລ້ອງນໍ້າເພີ່ມທະວີຂຶ້ນຢ່າງພົ້ນເດັ່ນ, ສະພາບທີ່ຕັ້ງພູມລໍາເນົາໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງເດັ່ນຊັດ, ຊັບພະຍາກອນດ້ານຊີວະນາໆພັນທາງນໍ້າຕາມທໍາມະຊາດໃນລ້ອງແມ່ນໍ້າໄດ້ຮັບການຟື້ນຟູ ແລະ ເພີ່ມຂຶ້ນ. ປັດຈຸບັນນີ້, ຄຸນນະພາບກະແສໜ້າຕັດຂອງແມ່ນໍ້າລ້ານຊ້າງໃນເຂດທີ່ໄຫຼອອກສູ່ທະເລຊິ່ງໄຫ ໄດ້ຄົງຕົວຢູ່ໃນລະດັບປະເພດⅠ, ອັດຕາການປົກຫຸ້ມຂອງທົ່ງຫຍ້າ ແລະ ປ່າດົງໃນເຂດຕອນເໜືອແມ່ນໍ້າລ້ານຊ້າງ ໄດ້ເພີ່ມຂຶ້ນຢ່າງພົ້ນເດັ່ນ ອັນນີ້ໄດ້ສະແດງໃຫ້ເຫັນວ່າ ຮູບແບບການພັດທະນາສີຂຽວທີ່ແນໃສ່ການຢູ່ຮ່ວມກັນຢ່າງກົມກຽວກັນລະຫວ່າງມະນຸດກັບ ທໍາມະຊາດໄດ້ກາຍເປັນພຶດຕິກໍາທີ່ມີລັກສະນະຊີວິດຊີວາໃນລ້ອງແມ່ນໍ້າລ້ານຊ້າງ.