ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ຢູ່​ກຳ​ປູ​ເຈຍ​ໄດ້ຫຼຸດ​ລົງ​ຢ່າງຫຼວງຫຼາຍ

CRI, November 26, 2021
Size:

ຫຼາຍມື້ມໍ່ໆມານີ້, ຈຳນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ຢູ່ກຳປູເຈຍໄດ້ສືບຕໍ່ຮັກສາໃຫ້ຢູ່ໃນລະດັບສອງຕົວເລກ, ຈຳນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ຕໍ່ມື້ໃນວັນທີ 24 ພະຈິກນີ້ກໍ່ເປັນລະດັບຕ່ຳສຸດ ນັບແຕ່ເກີດມີການແຜ່ລະບາດຢູ່ຊຸມຊົນໃນວັນທີ 20 ກຸມພາປີນີ້ເປັນຕົ້ນມາ.

ນັບແຕ່ກຳປູເຈຍເກີດມີການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່ແຕ່ທ້າຍເດືອນກຸມພາປີນີ້ເປັນຕົ້ນມາ, ຈຳນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ຢູ່ປະເທດດັ່ງກ່າວໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ໂດຍສະເພາະແມ່ນການແຜ່ລະບາດຂອງເຊື້ອພະຍາດກາຍພັນເດວຕາ ໄດ້ເຮັດໃຫ້ຈຳນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ຕໍ່ວັນໄດ້ເພີ່ມຂຶ້ນເປັນພັນກວ່າກໍລະນີ. ຄຽງຄູ່ກັບການສັກວັກຊິນປ້ອງກັນໂຄວິດ-19 ຢ່າງຂະໜາດໃຫຍ່, ກຳປູເຈຍໄດ້ຄວບຄຸມການແຜ່ລະບາດຂອງພະຍາດເປັນກ້າວໆ, ຈິ່ງເຮັດໃຫ້ຈຳນວນຜູ້ຖືກບົ່ງມະຕິເປັນພະຍາດຫຼຸດລົງຢ່າງຕໍ່ເນື່ອງ. ຫວ່າງກ່ອນນີ້ບໍ່ດົນ, ນັກທ່ອງທ່ຽວກຳປູເຈຍໄດ້ອອກໄປທ່ຽວແຫຼ່ງທ່ອງທ່ຽວຕ່າງໆໃນທົ່ວປະເທດໃນຍາມບຸນສົ່ງນ້ຳ, ແຕ່ກໍບໍ່ໄດ້ເກີດມີການແຜ່ລະບາດຂອງພະຍາດຢ່າງຂະໜາດໃຫຍ່.