ນັກສຶກສາລາວທີ່ສ້າງອາຊີບຢູ່ຄຸນໝິງມີຄວາມເຫັນວ່າ: ການທ່ອງທ່ຽວເປັນຂົວຕໍ່ທີ່ເຮັດໃຫ້ປະຊາຊົນ ລາວ-ຈີນ ເຂົ້າໃຈເຊິ່ງກັນແລະກັນ

lmcchina.org, November 25, 2021
Size:

ຫວ່າງບໍ່ດົນມານີ້, ນາງ ຫວັງເວີຍ (Wang wei) ນັກສຶກສາລາວ ທີ່ຮຽນສາຂາວິຊາ ການບໍລິຫານການທ່ອງທ່ຽວຂອງວິທະຍາໄລຄຸນໝິງ ໄດ້ກ່າວວ່າ “ການທ່ອງທ່ຽວເປັນຂົວຕໍ່ສໍາຄັນທີ່ສາມາດເຮັດໃຫ້ຄົນຈີນ ຮັບຮູ້ ແລະເຂົ້າໃຈ ສປປ ລາວ ຫຼາຍຂຶ້ນ, ພ້ອມນັ້ນ ກໍຍິ່ງເຮັດໃຫ້ຄົນລາວ ຮັບຮູ້ ແລະ ເຂົ້າໃຈ ສປ ຈີນ ຫຼາຍຂຶ້ນກວ່າເກົ່າ. ” 

ນາງ ຫວັງເວີຍ ມາຈາກນະຄອນຫຼວງວຽງຈັນ ສປປ ລາວ ທີ່ເປັນຕົວເມືອງໜຶ່ງຂອງບັນ ດາຕົວເມືອງລຸ່ມແມ່ນໍ້າຂອງ. ພາຍຫຼັງທີ່ໄດ້ຈົບການສຶກສາລະດັບປະລິນຍາຕີ ຢູ່ ສປປ ລາວແລ້ວ, ນາງກໍໄດ້ມາສຶກສາຕໍ່ທີ່ນະຄອນຄຸນໝິງ, ແຂວງຢູນນານ ໃນປີ 2019.

ນາງ ຫວັງເວີຍ ກ່າວວ່າ ຢູ່ລາວ ຂ້ອຍໄດ້ຮຽນສາຂາວິຊາຄອມພິວເຕີ, ແຕ່ຢູ່ຢູນນານ ຂ້ອຍພັດຍິ່ງຕ້ອງການຮຽນວິຊາບໍລິຫານຄຸ້ມຄອງການທ່ອງທ່ຽວ”. ເມື່ອກ່າວເຖິງສາເຫດການປ່ຽນສາຂາວິຊາຮຽນ, ນາງ ຫວັງເວີຍ ຍົກໃຫ້ເຫັນວ່າ ແຂວງຢູນນານນອກຈາກມີຂະແໜງການທ່ອງທ່ຽວທີ່ພັດທະນາ ແລະ ມີຫຼາຍສິ່ງຫຼາຍຢ່າງທີ່ສາມາດຖອດຖອນບົດຮຽນນໍາໄດ້ແລ້ວ, ສາ ເຫດສໍາຄັນກວ່ານັ້ນ ກໍແມ່ນ ຍ້ອນວ່າຕົວນາງ ແລະ ຄອບຄົວຂອງນາງ  ເຫັນໄດ້ເຖິງການພັດ ທະນາດ້ານການທ່ອງທ່ຽວ ລະຫວ່າງ ສອງປະເທດ ລາວ-ຈີນ ພາຍຫຼັງເສັ້ນທາງລົດໄຟ ລາວ - ຈີນ ເປີດໃຫ້ບໍລິການແລ້ວ. ພາຍຫຼັງທີ່ໄດ້ໄປທ່ຽວຊົມຢູ້ລົງເສສ່ານ ທີ່ເປັນແຫຼ່ງທ່ອງທ່ຽວຢູ່ເມືອງລີ້ຈ່ຽງເປັນຄັ້ງທຳອິດແລ້ວ ກໍຍິ່ງເຮັດໃຫ້ ນາງ ມີຄວາມມຸ່ງໝັ້ນໃນການຈະທຸ່ມເທຕົນເອງເຂົ້າໃນວຽກງານສົ່ງເສີມການທ່ອງທ່ຽວ ລະຫວ່າງລາວ-ຈີນ.

 ກ່ຽວກັບການຊຸກຍູ້ພັດທະນາການທ່ອງທ່ຽວລາວ-ຈີນ, ນາງ ຫວັງເວີຍ ມີຫຼາຍແນວຄວາມຄິດຂອງຕົນເອງ. ນາງຄິດວາງແຜນອອກແບບ APP ທີ່ມີຄວາມສາມາດຕອບສະໜອງໃນການໂຄສະນາການທ່ອງທ່ຽວ, ສະໜອງຂໍ້ມູນ ລາວ-ຈີນ, ການຈອງໂຮງແຮມ ແລະ ພາຫະ ນະອື່ນໆ ຊຶ່ງສາມາດນໍາສະເໜີທິວທັດທໍາມະຊາດ ແລະ ວັດທະນະທໍາຮີດຄອງປະເພນີ ຂອງລາວໃຫ້ແກ່ຄົນຈີນຮູ້ຈັກຫຼາຍຂຶ້ນ. ນອກຈາກນັ້ນ, ນາງ ຍັງໄດ້ຄິດກ້າວໄປເຖິງການສ້າງເສັ້ນ ທາງການນໍາທ່ຽວລະຫວ່າງ ລາວ-ຈີນ ດ້ວຍຫຼາກຫຼາຍຮູບແບບ.

ໃນເວລາດຽວກັນ, ນາງ ກໍໄດ້ສືບຕໍ່ ແຊ ຫຼື ແບ່ງປັນຂໍ້ມູນ ສາລະໜ້າຮູ້ດີໆໃນໄລຍະການໃຊ້ຊີວິດນັກສຶກສາຢູ່ປະເທດຈີນ ແລະ ສິ່ງທີ່ຕົນເອງໄດ້ພົບໄດ້ເຫັນ ຜ່ານທາງເຟສບຸກ ແລະ ມີຜູ້ຕິດຕາມຊີວິດປະຈໍາວັນຂອງນາງ ຜ່ານ ເຟສບຸກ  ປະມານ 20,000 ກວ່າຄົນ, ນາງ ກ່າວວ່າ ຍັງມີຄົນລາວຈໍານວນຫຼວງຫຼາຍມີຄວາມຫວັງຢາກມາຮຽນທີ່ ສປ ຈີນ. ແຕ່ກໍມີໜ້ອຍຄົນທີ່ຈະແບ່ງປັນ “ວິທີ ຫຼື ເຄັດລັບ” ໃນການມາຮຽນຢູ່ປະເທດຈີນ, ຂ້າພະເຈົ້າເອງກໍໄດ້ຕອບຄໍາຖາມຂອງຫຼາຍຄົນທີ່ມີຄວາມສົນໃຈຢູ່ໃນສື່ອອນລາຍໄປແລ້ວ ແລະ ຕ້ອງການໃຫ້ຄົນລາວ ໄດ້ເຫັນ ແລະ ຮັບຮູ້ຢ່າງຖືກຕ້ອງ ກ່ຽວກັບປະເທດຈີນ

ການແພ່ລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກ ໄດ້ສົ່ງຜົນກະທົບອັນໜັກໜ່ວງຕໍ່ຂະແໜງການທ່ອງທ່ຽວລະຫວ່າງປະເທດ, ແຕ່ ນາງ ຫວັງເວີຍ ຄິດວ່າ ທຸກສິ່ງທຸກຢ່າງຕ້ອງໄດ້ຮັບພັດທະນາໄປໃນທາງທີ່ດີຂຶ້ນ, ເສັ້ນທາງລົດໄຟ ລາວ-ຈີນຈະເປີດໃຫ້ບໍລິການໃນທ້າຍປີ, ຖ້າວ່າການແພ່ລະບາດຂອງພະຍາດໂຄວິດ-19 ເບົາບາງລົງແລ້ວ, ແນ່ນອນວ່າການທ່ອງທ່ຽວລະຫວ່າງປະເທດ ລາວ-ຈີນ ຈະຮັບການຟື້ນຟູຄືນມາອີກຄັ້ງ.