ສັນ​ຍາ​ການ​ຄ້າ​ເສ​ລີ​ຈີນ-ກຳ​ປູ​ເຈຍ​ຈະ​ມີ​ຜົນ​ບັງ​ຄັບ​ໃຊ້​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 1 ມັງ​ກອນ​ປີ 2022 ເປັນ​ຕົ້ນ​ໄປ

CRI, November 25, 2021
Size:

ເວັບໄຊກະຊວງການຄ້າຈີນໄດ້ລາຍງານໃນວັນທີ 22 ພະຈິກນີ້ວ່າ: ສັນຍາການຄ້າເສລີລະຫວ່າງ ສປ ຈີນ ແລະ ລາຊະອານາຈັກກຳປູເຈຍຈະມີຜົນບັງຄັບໃຊ້ຢ່າງເປັນທາງການແຕ່ວັນທີ 1 ມັງກອນປີ 2022 ເປັນຕົ້ນໄປ.

ສອງຝ່າຍໄດ້ລົງລາຍເຊັນໃນສັນຍາສະບັບນີ້ຢ່າງເປັນທາງການໃນວັນທີ 12 ຕຸລາປີ 2020. ອີງຕາມສັນຍາ: ລາຍການສິນຄ້າທີ່ຈັບຕ້ອງໄດ້ທີ່ປອດພາສີລະຫວ່າງສອງຝ່າຍກວມເອົາ 90% ຂຶື້ນໄປ, ຕະຫຼາດການຄ້າການບໍລິການລະຫວ່າງສອງຝ່າຍກໍຈະເປີດກວ້າງອອກໃນລະດັບສູງສຸດ. ໃນຂະນະດຽວກັນ, ສອງຝ່າຍຍັງເຫັນດີເພີ່ມທະວີການຮ່ວມມືດ້ານການລົງທຶນ ພ້ອມທັງລົງເລິກການຮ່ວມມືໃນຂົງເຂດຕ່າງໆ ເຊັ່ນ: ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ, ທຸລະກິດເອກເລັກໂຕນິກ, ເຕັກນິກເສດຖະກິດ ແລະ ອື່ນໆ.

ສັນຍາການຄ້າເສລີຈີນ-ກຳປູເຈຍເປັນຂີດໝາຍໃໝ່ໃນການຂະຫຍາຍການພົວພັນເສດຖະກິດການຄ້າຈີນແລະກຳປູເຈຍ ເຊິ່ງຈະມີຜົນດີຕໍ່ກັບການເພີ່ມຄວາມຜາສຸກໃຫ້ແກ່ວິສາຫະກິດແລະປະຊາຊົນສອງຊາດ.