ມູນ​ຄ່າ​ການ​ຄ້າການ​ສົ່ງ​ອອກ​ຂອງ​ໄທ​ໃນ​ປີ 2021 ອາດ​ຈະ​ສ້າງ​ສະ​ຖິ​ຕິ​ໃໝ່​ໃນ​ຮອບ 30 ປີ​ຜ່ານ​ມາ

CRI, November 24, 2021
Size:

      ວັນທີ 22 ພະຈິກນີ້, ທ່ານ ຈຸຣິນ ລັກຊະນະວິສິດ ຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະຊວງການຄ້າໄທໄດ້ໃຫ້ຮູ້ວ່າ: ນັບແຕ່ເດືອນມັງກອນຫາເດືອນຕຸລາຂອງປີນີ້, ມູນຄ່າການສົ່ງອອກຂອງໄທໄດ້ບັນລຸເຖິງ 222,7 ຕື້ໂດລາສະຫະລັດ,ເພີ່ມຂຶ້ນ 15,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; ມູນຄ່າການນຳເຂົ້າໄດ້ບັນລຸເຖິງ 221,1 ຕື້ໂດລາສະຫະລັດ,ເພີ່ມຂຶ້ນ 31,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; ໄທໄດ້ປຽບດຸນການຄ້າເຖິງ 1,6 ຕື້ໂດລາສະຫະລັດ.

      ການສົ່ງອອກຜະລິດຕະພັນກະສິກຳຂອງໄທໄດ້ເຕີບໂຕເປັນ 12 ເດືອນຕິດຕໍ່ກັນແລ້ວ, ການສົ່ງອອກຜະລິດຕະພັນອຸດສາຫະກຳໄດ້ເຕີບໂຕເປັນ 8 ເດືອນຕິດຕໍ່ກັນແລ້ວ.

      ທ່ານ ຈຸຣິນ ລັກຊະນະວິສິດ ກ່າວວ່າ: ເຊື່ອວ່າມູນຄ່າການສົ່ງອອກຂອງໄທໃນໝົດປີນີ້ອາດຈະເພີ່ມຂຶ້ນ 15 ຫາ 16%, ຈະສ້າງສະຖິຕິໃໝ່ໃນຮອບ 30 ປີຜ່ານມາ.