ຫຼາຍ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ເປີດ​ການ​ບໍ​ລິ​ການ​ທ່ອງ​ທ່ຽວ​ຄືນ​ໃໝ່

CRI, November 23, 2021
Size:

ຫຼັງຈາກປະເທດໄທ, ອິນໂດເນເຊຍ, ກຳປູເຈຍໄດ້ຜ່ອນຄາຍຂໍ້ຈຳກັດການເຂົ້າເມືອງເພື່ອປ້ອງກັນພະຍາດໂຄວິດ-19ແລ້ວ, ວັນທີ 20 ພະຈິກນີ້ຕາມເວລາທ້ອງຖິ່ນ, ເກາະຟູກວກຂອງຫວຽດນາມໄດ້ເປີດການບໍລິການທ່ອງທ່ຽວຄືນໃໝ່ ແລະ ໄດ້ຕ້ອນຮັບນັກທ່ອງທ່ຽວສາກົນຊຸດທຳອິດໃນຮອບເກືອບ 2 ປີມານີ້.

ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສ້າງຜົນກະທົບຢ່າງຮ້າຍແຮງຕໍ່ຂະແໜງການທ່ອງທ່ຽວຂອງຫວຽດນາມ. ປີ 2019, ລາຍຮັບຈາກການທ່ອງທ່ຽວຂອງຫວຽດນາມມີ 31 ຕື້ໂດລາສະຫະລັດ, ກວມປະມານ 12% ຂອງ GDP ຂອງຫວຽດນາມ, ໂດຍມີນັກທ່ອງທ່ຽວສາກົນ ປະມານ 18 ລ້ານເທື່ອຄົນເຂົ້າເມືອງຫວຽດນາມ, ແຕ່ໃນປີ 2020, ຕົວເລກນີ້ໄດ້ຫຼຸດລົງເຫຼືອແຕ່ 3,8 ລ້ານເທື່ອຄົນ.

ນອກຈາກຫວຽດນາມແລ້ວ, ຫຼາຍປະເທດອື່ນຂອງອາຊີຕາເວັນອອກສຽງໃຕ້ກໍໄດ້ຜ່ອນຄາຍຂໍ້ຈຳກັດການເຂົ້າເມືອງເຊັ່ນກັນ. ໃນວັນທີ 1 ພະຈິກນີ້, ພາຍຫຼັງເວລາຜ່ານໄປໜຶ່ງປີເຄິ່ງ, ປະເທດໄທໄດ້ຟື້ນຟູການບໍລິການທ່ອງທ່ຽວຢ່າງຂະໜາດໃຫຍ່ຄືນໃໝ່, ໄດ້ຕ້ອນຮັບນັກທ່ອງທ່ຽວທີ່ໄດ້ສັກວັກຊີນແລ້ວທີ່ມາຈາກ 63 ປະເທດ ແລະ ເຂດແຄວ້ນ ໃຫ້ເຂົ້າເມືອງໂດຍບໍ່ຕ້ອງກັກບໍລິເວນ. ນອກນີ້, ກຳປູເຈຍ, ອິນໂດເນເຊຍ ແລະ ສິງກະໂປ ກໍໄດ້ເລີ່ມຕ້ອນຮັບນັກທ່ອງທ່ຽວສາກົນເຊັ່ນກັນ.