ສະ​ຖາ​ນີ​ລົດ​ໄຟ​ຂົ​ນ​ສົ່ງ​ໂດຍ​ສານ​ຂອງ​ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ​ພາຍ​ໃນ​ປະ​ເທດ​ລາວ​ໄດ້​ກຽມ​ພ້ອມ​ແລ້ວ

CRI, November 23, 2021
Size:

ວັນທີ 20 ພະຈິກນີ້, ລະບົບຂໍ້ມູນການບໍລິການຂົນສົ່ງໂດຍສານຕາມເສັ້ນທາງລົດໄຟລາວ-ຈີນຕອນບໍ່ເຕັນ-ນະຄອນຫຼວງວຽງຈັນໄດ້ສຳເລັດການທົດສອບຮຽບຮ້ອຍ. ນີ້ໝາຍຄວາມວ່າ, ສະຖານີລົດໄຟຂົນສົ່ງໂດຍສານ 10 ແຫ່ງລຽບຕາມເສັ້ນທາງລົດໄຟລາວ-ຈີນໃນດິນແດນປະເທດລາວໄດ້ມີເງື່ອນໄຂທີ່ໃຫ້ການບໍລິການຂົນສົ່ງໂດຍສານຢ່າງພຽບພ້ອມແລ້ວ, ເຊິ່ງເປັນການຮັບປະກັນໃຫ້ແກ່ການເປີດນຳໃຊ້ເສັ້ນທາງລົດໄຟລາວ-ຈີນໃນມໍ່ໆນີ້.

ປະຈຸບັນ, ອຸປະກອນຮັບໃຊ້ຜູ້ໂດຍສານໃນສະຖານີລົດໄຟ 10 ແຫ່ງໄດ້ສຳເລັດການທົດລອງດຳເນີນງານທັງໝົດແລ້ວ.  ໃນກະດານຖ້ຽວລົດເອເລັກໂຕຼນິກຢູ່ສະຖານີໄດ້ມີຕາຕະລາງເວລາຖ້ຽວລົດໄຟ ແລະ ຂໍ້ມູນປີ້ລົດໄຟທີ່ຂຽນດ້ວຍພາສາລາວ, ພາສາຈີນ ແລະ ພາສາອັງກິດ, ອຸປະກອນກວດກາຄວາມປອດໄພ, ອຸປະກອນຂາຍປີ້, ລະບົບກ້ອງວົງຈອນປິດ, ວິທະຍຸຂົນສົ່ງໂດຍສານ, ແລະເຂດບໍລິການຜູ້ໂດຍສານລ້ວນແຕ່ສາມາດຕອບສະໜອງຕາມຄວາມຕ້ອງການໃນການອອກເດີນທາງຂອງຜູ້ໂດຍສານ, ພະນັກງານຂົນສົ່ງໂດຍສານໄດ້ເຂົ້າປະຈຳຕຳແໜ່ງຂອງຕົນໃນສະຖານີຕ່າງໆລຽບຕາມເສັ້ນທາງລົດໄຟຢ່າງຮຽບຮ້ອຍແລ້ວ, ລະບົບຈຳນວນໜຶ່ງພວມທົດສອບ ແລະ ປັບປຸງຢ່າງລະອຽດຕື່ມ.

ສະຖານີລົດໄຟຂົນສົ່ງໂດຍສານຂອງເສັ້ນທາງລົດໄຟລາວ-ຈີນພາຍໃນປະເທດລາວໄດ້ກຽມພ້ອມແລ້ວ_fororder_微信图片_20211121152353

ເສັ້ນທາງລົດໄຟລາວ-ຈີນແມ່ນໂຄງການທີ່ເປັນຂີດໝາຍສຳຄັນແຫ່ງມິດຕະພາບລາວ-ຈີນໃນການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”. ຫຼັງຈາກເປີດການນຳໃຊ້ແລ້ວ, ມີຫວັງຈະສາມາດເດີນທາງຈາກນະຄອນຄຸນໝິງຈີນໃນຕອນຄ່ຳ ແລະໄປຮອດນະຄອນຫຼວງວຽງຈັນປະເທດລາວໃນຕອນເຊົ້າມື້ຕໍ່ມາ.