ການຮ່ວມມືດ້ານວັກຊິນໂຄວິດ-19 ຈີນ-ກຳປູເຈຍສະແດງໃຫ້ເຫັນຄວາມໝາຍຂອງ​ຄຳ​ວ່າປະຊາຄົມຮ່ວມຊາຕາກຳ

CRI, November 22, 2021
Size:

ການຮ່ວມມືດ້ານວັກຊິນໂຄວິດ-19ຈີນ-ກຳປູເຈຍສະແດງໃຫ້ເຫັນຄວາມໝາຍຂອງຄຳວ່າປະຊາຄົມຮ່ວມຊາຕາກຳ_fororder_微信图片_20211119143413

    ຫວ່າງມໍ່ໆມານີ້, ວັກຊິນໂຄວິດ-19 ງວດທີ 7 ທີ່ຈີນສະໜອງໃຫ້ແກ່ກຳປູເຈຍໄດ້ຂົນສົ່ງໄປຮອດກຳປູເຈຍແລ້ວ. ວັນທີ 18 ພະຈິກນີ້, ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ, ຈີນໄດ້ໃຫ້ການຊ່ວຍເຫຼືອວັກຊິນແກ່ກຳປູເຈຍເຊິ່ງໄດ້ສະແດງໃຫ້ເຫັນເຖິງຄວາມໝາຍຂອງຄຳວ່າປະຊາຄົມຮ່ວມຊາຕາກຳ.

    ຂ່າວແຈ້ງວ່າ, ວັນທີ 17 ພະຈິກນີ້, ວັກຊິນໂຄວິດ-19 ງວດທີ 7 ທີ່ຈີນສະໜອງໃຫ້ກຳປູເຈຍໄດ້ຂົນສົ່ງໄປຮອດກຳປູເຈຍແລ້ວ, ທ່ານຮຸນເຊັນນາຍົກລັດຖະມົນຕີກຳປູເຈຍໄດ້ໄປຕ້ອນຮັບວັກຊິນດ້ວຍຕົນເອງທີ່ສະໜາມບິນ.

ການຮ່ວມມືດ້ານວັກຊິນໂຄວິດ-19ຈີນ-ກຳປູເຈຍສະແດງໃຫ້ເຫັນຄວາມໝາຍຂອງຄຳວ່າປະຊາຄົມຮ່ວມຊາຕາກຳ_fororder_微信图片_20211119143417

    ໃນເວລາຕອບຄຳຖາມທີ່ກ່ຽວຂ້ອງ, ທ່ານຈ້າວລີ້ຈ່ຽນກ່າວວ່າ, ຈີນ ແລະ ກຳປູເຈຍເປັນປະເທດບ້ານໃກ້ເຮືອນຄຽງທີ່ແໜ້ນແຟ້ນ ແລະ ເປັນເພື່ອນມິດທີ່ດີທີ່ສຸດ, ຫຼັງຈາກພະຍາດໂຄວິດ-19 ແຜ່ລະບາດແລ້ວ, ສອງປະເທດໄດ້ໃຫ້ການຊ່ວຍເຫຼືອກັນ ເພື່ອຜ່ານຜ່າຄວາມຫຍຸ້ງຍາກມາໂດຍຕະຫຼອດ. ຈີນຮູ້ສຶກດີໃຈຫຼາຍທີ່ໄດ້ເຫັນວ່າ, ພາຍໃຕ້ການນຳພາອັນໝັ້ນແກ່ນຂອງທ່ານນາຍົກຮຸນເຊັນ, ກຳປູເຈຍໄດ້ບັນລຸເປົ້າໝາຍການສັກວັກຊິນແຫ່ງຊາດໄລຍະທີໜຶ່ງກ່ອນເວລາກຳນົດ, ສະພາບພະຍາດໂຄວິດ-19 ທີ່ແຜ່ລະບາດຢູ່ກຳປູເຈຍໄດ້ຖືກຄວບຄຸມໄວ້ໄດ້ຢ່າງບັງເກີດຜົນ, ການພັດທະນາເສດຖະກິດສັງຄົມໄດ້ຟື້ນຟູຢ່າງມີລະບຽບ. ຈີນຍິນດີສືບຕໍ່ໃຫ້ການສະໜັບສະໜູນດ້ານວັກຊິນ ແລະ ການຊ່ວຍເຫຼືອດ້ານວັດຖຸຕ້ານໂຄວິດ-19 ໂດຍອີງຕາມຄວາມຮຽກຮ້ອງຕ້ອງການຂອງກຳປູເຈຍ.