ດ່ານ​ທາງ​ລົດ​ໄຟຈີນ-​ລາວຕອນ​​ບໍ່​ເຕັນ​ຮັບ​ການກວດ​ຮັບ​ຈາກ​ຊາດ​ແລ້ວ

CRI, November 22, 2021
Size:

ວັນທີ 18 ພະຈິກນີ້, ດ່ານບໍ່ເຕັນຂອງທາງລົດໄຟຈີນ-ລາວທີ່ເມືອງຫຼ້າກິ່ງແຂວງປົກຄອງຕົນເອງເຜົ່າລື້ສິບສອງພັ່ນນາ  ໄດ້ຮັບການກວດຮັບຢ່າງສະດວກຈາກໜ່ວຍງານກວດກາແຫ່ງ ຊາດຈີນແລ້ວ. ອີງຕາມການອະນຸມັດຈາກລັດຖະບານຈີນ, ດ່ານບໍ່ເຕັນຂອງທາງລົດໄຟຈີນ -ລາວ ເປັນດ່ານຂົນສົ່ງຜູ້ໂດຍສານແລະສິນຄ້າຜ່ານທາງລົດໄຟສາກົນທີ່ເປີດບໍລິການຕະຫຼອດປີ.

ຕາມການແນະນຳ,ຕຳຫຼວດກວດຄົນເຂົ້າເມືອງຂອງດ່ານບໍ່ເຕັນໄດ້ຖືກມອບໝາຍໃຫ້ຮັບຜິດຊອບກວດກາຄຸ້ມຄອງຜູ້ໂດຍສານແລະເຄື່ອງເດີນທາງເຂົ້າອອກດ່ານ, ພາຫະນະເດີນທາງແລະເຄື່ອງຂົນສົ່ງ, ຄຸ້ມຄອງປ້ອງກັນຄວາມປອດໄພໃນເຂດຈຳກັດ, ຄຸ້ມຄອງການໄປມາຫາສູ່ກັນລະຫວ່າງປະຊາຊົນຢູ່ເຂດຊາຍແດນ, ປ້ອງກັນບໍ່ໃຫ້ແລະສືບສວນການເຄື່ອນໄຫວເຂົ້າອອກດ່ານຢ່າງຜິດກົດໝາຍ, ສືບສວນຄະດີຕ້ອງໂທດທີ່ສ້າງຜົນຮ້າຍຕໍ່ເຂດຊາຍແດນຢ່າງຜິດກົດໝາຍ ແລະອື່ນໆ.