ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ 4 ຄັ້ງ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ອຸ​ດົມ​ການ​ແຕ່​ຫົວ​ທີ​ຂອງ​ຈີນ​ທີ່​ຢາກ​ຊົມ​ໃຊ້​ອະ​ນາ​ຄົດ​ຮ່ວມ​ກັນ​ກັບ​ໂລກ

CRI, November 19, 2021
Size:

ວັນທີ 5 ພະຈິກນີ້, ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 4 ທີ່ວາງສະແດງສິນຄ້າທີ່ນຳເຂົ້າຊະນິດຕ່າງໆຈາກຕ່າງປະເທດ ໄດ້ຈັດຂຶ້ນຢູ່ນະຄອນຊຽງໄຮ້ປະເທດຈີນ. ນັບແຕ່ຈີນໄດ້ຈັດງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທຳອິດໃນປີ 2018 ເປັນຕົ້ນມາ, ງານວາງສະແດງລະດັບຊາດທີ່ຖືເອົາການນຳເຂົ້າເປັນຈຸດສຳຄັນເປັນຄັ້ງທຳອິດໃນໂລກ ໄດ້ຈັດຂຶ້ນ 4 ປີລຽນຕິດແລ້ວ.

ງານວາງສະແດງຄັ້ງນີ້ມີວິສາຫະກິດເກືອບ 3.000 ແຫ່ງຈາກ 127 ປະເທດແລະເຂດແຄວ້ນໄດ້ເຂົ້າຮ່ວມການວາງສະແດງ, ຈຳນວນປະເທດແລະວິສາຫະກິດທີ່ເຂົ້າຮ່ວມການວາງສະແດງໃນປີນີ້ລ້ວນແຕ່ໄດ້ສ້າງສະຖິຕິໃໝ່. ໃນບັນດາວິສາຫະກິດທີ່ເຂົ້າຮ່ວມການວາງສະແດງໃນປີນີ້, ມີ “ເພື່ອນຮ່ວມງານເກົ່າ” ທີ່ໄດ້ເຂົ້າຮ່ວມງານວາງສະແດງໃນທຸກປີ ເຊັ່ນ: ທ່າກຳປັ່ນແຮມເບີກ, ບໍລິສັດໂຣນສະຮອຍ ທີ່ເປັນບໍລິສັດຜະລິດເຄື່ອງຈັກທີ່ໃຫຍ່ທີ່ສຸດຂອງເອີຣົບ ແລະ ອື່ນໆ, ນອກນີ້ກໍໄດ້ມີ “ເພື່ອນຮ່ວມງານໃໝ່” ເຊັ່ນ: ບໍລິສັດອາເມຊອນ ທີ່ເປັນເວັບໄຊທຸລະກິດເອກເລັກໂຕນິກທີ່ມີຊື່ສຽງຂອງໂລກ. ນອກນີ້, ຍັງມີວິສາຫະກິດ 90 ແຫ່ງຈາກ 33 ປະເທດທີ່ດ້ອຍພັດທະນາທີ່ສຸດໄດ້ເຂົ້າການວາງສະແດງ ເຊິ່ງໄດ້ສະແດງໃຫ້ເຫັນວ່າ: ງານວາງສະແດງສິນຄ້ານຳເຂົ້າສາກົນຈີນໄດ້ສ້າງຜົນປະໂຫຍດໃຫ້ແກ່ບັນດາປະເທດໃນໂລກ.

ນັກທຸລະກິດຂາຍຜ້າພົມທີ່ມາຈາກອັຟການິສະຖານກ່າວວ່າ: ຂໍແຕ່ຕົນຂາຍຜ້າພົມຂົນແກະຜືນໃຫຍ່ຜືນໜຶ່ງໄດ້, ກໍຈະເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວໜຶ່ງທີ່ທຳມະດາໃນປະເທດອັຟການິສະຖານ ທີ່ໄດ້ປະສົບກັບເສິກສົງຄາມມາເປັນເວລາຫຼາຍປີນັ້ນ ສາມາດຮັບປະກັນການດຳລົງຊີວິດໄດ້ໜຶ່ງປີ. “ຕະຫຼາດຈີນໄດ້ເຮັດໃຫ້ປະຊາຊົນອັຟການິສະຖານຮູ້ສຶກມີຄວາມຫວັງ.” ຄຳເວົ້າຂອງນັກທຸລະກິດທ່ານນີ້ກໍໄດ້ສ່ອງແສງໃຫ້ເຫັນເຖິງອຸດົມການແຕ່ຫົວທີຂອງງານວາງສະແດງສິນຄ້ານຳເຂົ້າສາກົນຈີນ ທີ່ໄດ້ແບ່ງປັນອະນາຄົດຮ່ວມກັນກັບໂລກ.

ຕະຫຼອດໄລຍະ 4 ປີມານີ້, ຮູບແບບການຈັດງານວາງສະແດງສິນຄ້ານຳເຂົ້າສາກົນຈີນກໍໄດ້ເກີດມີການປ່ຽນແປງ, ການວາງສະແດງສິນຄ້າຂອງຕ່າງປະເທດໄດ້ໄດ້ປ່ຽນຮູບແບບຈາກການວາງສະແດງກັບທີ່ ຫຼືອັອຟລາຍກາຍມາເປັນການວາງສະແດງທາງອອນລາຍ, ໄດ້ເພີ່ມເຂດວາງສະແດງໃໝ່ ແລະ ຮູບການໃໝ່; ສະພາບແວດລ້ອມໃນການຈັດງານວາງສະແດງກໍເກີດມີການປ່ຽນແປງ, ເພາະວ່າຄວາມບໍ່ແນ່ນອນຂອງສະພາບແວດລ້ອມສາກົນໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຍັງຂ້ຽວຂາດຄືເກົ່າ, ລັດທິຝ່າຍດຽວ ແລະ ລັດທິປົກປ້ອງໄດ້ເງີຍຫົວຂຶ້ນມາອີກ,ໂສມໜ້າຕ່າງໆຂອງງານວາງສະແດງສິນຄ້ານຳເຂົ້າສາກົນຈີນໄດ້ເກີດມີການປ່ຽນແປງ, ເພື່ອນໃໝ່ຕ່າງໆໄດ້ພາກັນມາເຂົ້າຮ່ວມງານວາງສະແດງ. ແຕ່ວ່າ: ອຸດົມການແຕ່ຫົວທີທີ່ຢາກຊົມໃຊ້ອະນາຄົດຮ່ວມກັນກັບໂລກຂອງງານວາງສະແດງສິນຄ້ານຳເຂົ້າສາກົນຈີນບໍ່ປ່ຽນແປງຈັກເທື່ອ.

ງານວາງສະແດງສິນຄ້ານຳເຂົ້າສາກົນຈີນໄດ້ສ່ອງແສງໃຫ້ເຫັນເຖິງທ່າທີເປີດປະຕູສູ່ພາຍນອກຂອງຈີນ ແລະ ກໍໄດ້ຮັບຄວາມນິຍົມຊົມຊອບ ແລະ ໄດ້ຮັບຄວາມເຄົາລົບຈາກນັກທຸລະກິດບັນດາປະເທດ. ຍົກຕົວຢ່າງຄື: ເຖິງວ່າສອງປະເທດຈີນແລະອາເມຣິກາໄດ້ເກີດມີບັນຫາຂັດແຍ້ງກັນດ້ານການຄ້າກໍຕາມ, ແຕ່ກໍຍັງມີວິສາຫະກິດ ແລະ ຄະນະນັກທຸລະກິດປະມານ 200 ແຫ່ງຂອງອາເມຣິກາມາເຂົ້າຮ່ວມງານວາງສະແດງສິນຄ້ານຳເຂົ້າສາກົນຈີນໃນປີນີ້ ເຊິ່ງໄດ້ສ້າງສະຖິຕິສູງສຸດ.

ງານວາງສະແດງສິນຄ້ານຳເຂົ້າສາກົນຈີນທີ່ຈັດຂຶ້ນໃນປີພິເສດແບບນີ້, ຈະເສີມຂະຫຍາຍບົດບາດທີ່ຕັ້ງໜ້າຕ່າງໆ ໃນດ້ານການຈັດຊື້ສາກົນ, ສົ່ງເສີມການລົງທຶນ, ການແລກປ່ຽນດ້ານວັດທະນະທຳ ແລະ ການເປີດປະຕູສູ່ພາຍນອກ, ຈະເພີ່ມຄວາມແນ່ນອນ ແລະ ພະລັງທາງບວກຫຼາຍກວ່າເກົ່າໃຫ້ແກ່ເສດຖະກິດໂລກໄດ້ຢ່າງແນ່ນອນ.