ສປຈີນຊ່ວຍເຫລືອວັກຊີນໂຄວິດ-19ໃຫ້ແກ່ ສປປ ລາວຈໍານວນຫຼາຍ ກວ່າຊຸດຜ່ານມາ

CRI, November 19, 2021
Size:

 ສປຈີນຊ່ວຍເຫລືອວັກຊີນໂຄວິດ-19ໃຫ້ແກ່ ສປປ ລາວຈໍານວນຫຼາຍ ກວ່າຊຸດຜ່ານມາ_fororder_微信图片_20211118145602

ສປຈີນຊ່ວຍເຫລືອວັກຊີນໂຄວິດ-19ໃຫ້ແກ່ ສປປ ລາວຈໍານວນຫຼາຍ ກວ່າຊຸດຜ່ານມາ_fororder_微信图片_20211118145612ສປຈີນຊ່ວຍເຫລືອວັກຊີນໂຄວິດ-19ໃຫ້ແກ່ ສປປ ລາວຈໍານວນຫຼາຍ ກວ່າຊຸດຜ່ານມາ_fororder_微信图片_20211118145621

   ວັນທີ 17 ພະຈິກ 2021 ນີ້, ລັດຖະບານ ສປ ຈີນໄດ້ຊ່ວຍເຫລືອວັກຊີນ ໂຄວິດ-19 ຄັ້ງທີ 7 ຈຳນວນ 1.900.000 ຫລອດ ໃຫ້ແກ່ລັດຖະບານ ສປປ ລາວ ແລະໄດ້ຂົນສົ່ງເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນໃນເວລາ 15.30. ເຊິ່ງການຊ່ວຍເຫລືອຄັ້ງນີ້ມີຈຳນວນຫລາຍກວ່າຄັ້ງທີ່ຜ່ານມາ.    

    ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວໄດ້ຕາງໜ້າຝ່າຍລາວຮັບວັກຊີນທີ່ມອບໂດຍຜູ້ຕາງໜ້າຝ່າຍຈີນ ຄື: ທ່ານ ຈ່ຽງຈ້າຍຕົ່ງ ເອກອັກຄະລັດຖະທູດ ສປ ຈີນປະຈໍາ ສປປ ລາວ ໂດຍມີທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ແລະພາກສ່ວນກ່ຽວຂ້ອງສອງຝ່າຍລາວ-ຈີນເຂົ້າຮ່ວມ.

    ທ່ານ ພັນຄໍາ ວິພາວັນ ໄດ້ສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈ, ຮູ້ບຸນຄຸນຢ່າງລົ້ນເຫຼືອ ຕໍ່ການຊ່ວຍເຫຼືອອັນບໍລິສຸດ, ຈິງໃຈ, ລ້ໍາຄ່າ, ທັນເວລາ ແລະສະເຫມີຕົ້ນສະເຫມີປາຍ ຂອງພັກ, ລັດ ແລະ ປະຊາຊົນຈີນ.

    ທ່ານ ພັນຄໍາ ວິພາວັນກ່າວຕື່ມວ່າ: ນັບແຕ່ເກີດມີການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ, ສປ ຈີນ ເປັນປະເທດທີ່ໃຫ້ການຊ່ວຍເຫຼືອລ້າວັກ ຊີນໃຫ້ແກ່ລາວຫຼາຍທີ່ສຸດ. ນັບມາຮອດທ້າຍເດືອນພະຈິກນີ້, ສປ ຈີນໄດ້ໃຫ້ການຊ່ວຍເຫລືອວັກຊີນແກ່ ສປປ ລາວຫລາຍກວ່າ 6,9 ລ້ານຫລອດ, ເຊິ່ງການຊ່ວຍເຫລືອເຫລົ່ານີ້ມີຄວາມໝາຍຄວາມສຳຄັນຫລາຍຕໍ່ ສປປ ລາວ, ທັງເປັນການປະກອບສ່ວນທີ່ສຳຄັນໃຫ້ແກ່ການປະຕິບັດເປົ້າໝາຍຂອງລັດຖະບານລາວໃນການສັກວັກຊີນໃຫ້ພົນລະເມືອງລາວໃຫ້ໄດ້ 50% ສຳລັບປີ 2021 ແລະໃຫ້ໄດ້ 80% ສຳລັບປີ 2022.

    ທ່ານ ຈ່ຽງຈ້າຍຕົ່ງ ໄດ້ສະແດງຄວາມເປັນຫ່ວງເປັນໃຍຕໍ່ສະພາບການທີ່ ສປປ ລາວພົບກັບຄວາມຫຍຸ້ງຍາກ ແລະການລະບາດຂອງພະຍາດໂຄວິດ-19 ເຊິ່ງເຮັດໃຫ້ມີຜູ້ຕິດເຊື້ອ ແລະມີຜູ້ເສຍຊີວິດເພີ່ມຂຶ້ນ, ຕໍ່ໜ້າສະພາບການດັ່ງກ່າວ, ທ່ານ ຈ່ຽງຈ້າຍຕົ່ງ ຢືນຢັນວ່າ: ປະເທດຈີນຈະສືບຕໍ່ຍຶດໝັ້ນການຊ່ວຍເຫຼືອ ສປປ ລາວແກ້ໄຂການແຜ່ລະບາດພະຍາດໂຄວິດ-19.