ລົດ​ຂົນ​ສົ່ງ​ສິນຄ້າ​ຂະ​ໜາດ​​ໃຫຍ່​ຂອງໄທ​ຈັດ​ຂະ​ບວນ​ປະ​ທ້ວງ​ເພື່ອ​ຮຽກຮ້ອງ​ໃຫ້​ລັດຖະບານ​ຫຼຸດ​ລົງລາຄາ​ນ້ຳມັນກາ​ຊວນ

CRI, November 18, 2021
Size:

    ວັນທີ 16 ພະຈິກນີ້, ສະຫະພັນການຂົນສົ່ງທາງບົກແຫ່ງປະເທດໄທໄດ້ຈັດຂະບວນລົດຂົນສົ່ງສິນຄ້າຂະໜາດໃຫຍ່ 1.300 ຄັນຈາກແຫ່ງຕ່າງໆຂອງໄທໄປຈອດໜ້າກະຊວງພະລັງງານທີ່ນະຄອນຫຼວງບາງກອກ ເພື່ອປະທ້ວງກົດດັນລັດຖະບານ ໂດຍຮຽກຮ້ອງໃຫ້ຫຼຸດຄາລານ້ຳມັນກາຊວນໃຫ້ຢູ່ໃນລະດັບ 25 ບາດຕໍ່ລິດ.

    ຜູ້ຮັບຜິດຊອບສະຫະພັນດັ່ງກ່າວໄດ້ສະເໜີຂໍ້ຮຽກຮ້ອງຕໍ່ຜູ້ຕາງໜ້າກະຊວງພະລັງງານໂດຍກ່າວວ່າ, ຖ້າບໍ່ໄດ້ໄດ້ຮັບຄຳຕອບຈາກລັດຖະບານກ່ອນວັນທີ 1 ທັນວາປີນີ້ ຈະສືບຕໍ່ຈັດການປະທ້ວງຂະໜາດໃຫຍ່, ຍັງຈະເພິ່ມຄ່າຂົນສົ່ງໃນທົ່ວປະເທດໄທຂຶ້ນ 10%, ນີ້ຈະສ້າງຜົນກະທົບຕໍ່ຄ່າຄອງຊີບຂອງປະຊາຊົນໂດຍກົງ.

    ມື້ດຽວກັນ, ພົນເອກປຣະຢຸດ ຈັນໂອຊາ ນາຍົກລັດຖະມົນຕີໄທກ່າວວ່າ, ພາກສ່ວນທີ່ກ່ຽວຂ້ອງຈະອອກແຮງສຸດຂີດເພື່ອຄວບຄຸມລາຄານ້ຳມັນກາຊວນບໍ່ໃຫ້ສູງເຖິງ 30 ບາດຕໍ່ລິດ, ແຕ່ບໍ່ສາມາດໃຫ້ລາຄານ້ຳມັນຫຼຸດລົງຢູ່ໃນລະດັບ 25 ບາດຕໍ່ລິດໄດ້. ປັດຈຸບັນ ໄດ້ແຈ້ງໃຫ້ກະຊວງຄົມມະນາຄົມເພີ່ມຄວາມສາມາດຂົນສົ່ງ, ຖ້າມີຄວາມຈຳເປັນກໍ່ຕ້ອງນຳໃຊ້ລົດຂົນສົ່ງຂອງທະຫານເພື່ອຫຼຸດຜ່ອນສະພາບທີ່ລົດຂົນສົ່ງບໍ່ພຽງພໍ.