ອົງການການຄ້າໂລກ ຫລື WTO ໄດ້ເປີດເຜີຍ ບົດລາຍງານກ່ຽວກັບການຄ້າໂລກ ປີ 2021

CRI, November 18, 2021
Size:

    ວັນທີ 16 ພະຈິກນີ້, ອົງການການຄ້າໂລກ ຫລື WTO ໄດ້ເປີດເຜີຍບົດລາຍງານກ່ຽວກັບການຄ້າໂລກປີ 2021, ໂດຍໄດ້ສຸມໃສ່ຄວາມອ່ອນແອ ແລະຄວາມໜຽວແໜ້ນຂອງລະບົບການຄ້າໂລກ ແລະການຄ້າຈະຊ່ວຍເຫລືອບັນດາປະເທດໄດ້ແນວໃດເພື່ອປ້ອງກັນຜົນກະທົບ.

    ບົດລາຍງານໄດ້ຊີ້ໃຫ້ເຫັນວ່າ: ປັດຈຸບັນ, ເສດຖະກິດໂລກໄດ້ເຊື່ອມໂຍງເຂົ້າກັນໃນລະດັບສູງ, ການຄ້າໄດ້ຕິດພັນກັນຢ່າງແໜ້ນແຟ້ນ, ເຮັດໃຫ້ໂລກໄດ້ຮັບຜົນກະທົບຈາກໄພທຳມະຊາດ ແລະໄພພິບັດທີ່ມະນຸດກໍ່ຂຶ້ນຢ່າງງ່າຍດາຍກວ່າເກົ່າ. ແຕ່ພ້ອມດຽວກັນນັ້ນ, ເສດຖະກິດໂລກກໍມີຄວາມໜຽວແໜ້ນຫລາຍກວ່າເກົ່າ, ເພື່ອໃຫ້ເສດຖະກິດເຂັ້ມແຂງຂຶ້ນຈຶ່ງຕ້ອງການການຮ່ວມມືຂອງພາກພື້ນ ແລະການຮ່ວມມືຫລາຍຝ່າຍຫລາຍກວ່າເກົ່າ.  

    ທ່ານນາງເອັນໂກຈີ ໂອໂຄນໂຈ ອີເວລາ ຜູ້ອຳນວຍການໃຫຍ່ WTO ກ່າວວ່າ: WTO ພວມດຳເນີນການເຈລະຈາໃນຂົງເຂດການບໍລິການ, ການລົງທຶນ, ກະສິກຳ, ການຄ້າອີເລັກໂຕຼນິກ, ວິສາຫະກິດຂະໜາດກາງ-ຂະໜາດນ້ອຍ-ຈຸນລະວິສາຫະກິດ ແລະອື່ນໆ, ເຊິ່ງສາມາດສ້າງໂອກາດຫລາຍກວ່າເກົ່າໃຫ້ກັບການຄ້າທີ່ກວມລວມ ແລະຫລາຍຮູບແບບ, ເຮັດໃຫ້ເສດຖະກິດມີຄວາມໜຽວແໜ້ນຫລາຍກວ່າເກົ່າໃນອະນາຄົດ.